ເຄືອຂ່າຍ ASEAN
ທ່ານມີຄວາມປາດຖະໜາຢ່າງແຮງກ້າ ແລະ ຕ້ອງການທີ່ຈະພັດທະນາທຸລະກິດຂອງທ່ານຢູ່ນອກ ສປປ ລາວ ແຕ່ທ່ານບໍ່ຮູ້ວ່າຈະເຮັດແນວໃດ? ພວກເຮົາເຂົ້າໃຈໃນຄວາມມຸ້ງມາດປາດຖະໜາຂອງ ທ່ານ ເພາະວ່າພວກເຮົາກໍ່ມີຄວາມປາດຖະໜາຢ່າງແຮງກ້າເຊັ່ນດຽວກັນ!
ພວກເຮົາກຳລັງຢູ່ໃນຂັ້ນຕອນການສ້າງເຄືອຂ່າຍທາງດ້ານການທະນາຄາ ນທີ່ທັນສະໄໝທີ່ສຸດໃນພູມີພາກອາຊຽນ, ດັ່ງນັ້ນພວກເຮົາຈື່ງຈະສາມາດໃຫ້ການຊ່ວຍເຫຼືອຄວາມປາດຖະໜາຂອງ ທ່ານ ດ້ວຍຄວາມຮູ້, ຄຳແນະນຳພາຍໃນປະເທດ, ຜະລິດຕະພັນມາດຕະຖານສາກົນແລະການບໍລິການຂອງຜູ້ຊ່ຽວຊານ,ເຖິງແມ່ນ ວ່າຈະມີຄວາມຕ້ອງການປະກອບທຸລະກິດ ຫຼື ບໍ່ກໍ່ ຕາມ.
ພວກເຮົາໄດ້ສຳເລັດເປັນທີ່ຮຽບຮ້ອຍແລ້ວບາດກ້າວທຳອິດໃນຍຸດທະ ສາດລະດັບພູມີພາກດ້ວຍການເປີດຫ້ອງການຜູ້ຕາງໜ້າທີ່ນະຄອນຫຼວງວຽງຈັນ, ສປປ ລາວ (ເປີດດຳເນີນການແຕ່ເດືອນ ພືດສະພາ 2012), ແລະທີ່ນະຄອນຫລວງຢ້າງກຸ້ງ, ປະເທດພະມ້າ (ເປີດດຳເນີນການແຕ່ເດືອນ ກໍລະກົດ 2012).
ພະນັກງານທີ່ມີປະສົບການແມ່ນປະຈຳຢູ່ທຸກສະຖານທີ່ເຫຼົ່ານີ້ ແລ້ວເພື່ອໃຫ້ຄຳແນະນຳແລະດຳເນີນກິດຈະການທີ່ກ່ຽວຂ້ອງເຖິງການຊ່ວຍ ເຫຼືອໃຫ້ແກ່ຜູ້ທີ່ໄດ້ຮັບຄວາມຕື່ນເຕັ້ນໃນຄວາມເປັນໄປໄດ້ໃນ ການໃຫ້ບໍລິການໃນ ສປປ ລາວ, ກຳປູເຈຍ, ມຽນມ້າທີ່ກຳລັງປະຕິຮູບໃໝ່ ແລະ ພູມີພາກອາຊຽນ.
ການເປີດໂຕທະນາຄານມາຣູຮານເຈແປນລາວໃນວັນທີ 18 ກຸມພາ 2013 ຜ່ານມາໄດ້ເປັນຂີດໝາຍແຫ່ງຜົນສຳເລັດໃນອີກບາດກ້າວໜື່ງໃນຍຸດ ທະສາດລະດັບພູມີພາກທີ່ທ້າທາຍທີ່ຈະເຫັນການເປີດໂຕຫຼາຍໆສາຂາຕື່ມ ອີກໃນທົ່ວພູມີພາກອາຊຽນໃນຕໍ່ໜ້າທີ່ຈະມາເຖິງນີ້, ຊື່ງຈະໃຫ້ທ່ານສາມາດເຂົ້າເຖິງລະດັບການບໍລິການທີ່ມີມາດຕະຖານ ຊັ້ນຍອດແລະຜະລິດະພັນທີ່ທັນສະໄໝ, ໃນບ່ອນທີ່ທ່ານຕ້ອງການປະກອບທຸລະກິດ

MARUHAN GROUP / MYANMAR
8:30 ໂມງເຊົ້າ – 5:00 ໂມງແລງ (ວັນຈັນ ເຖິງ ວັນສຸກ) *ປິດບໍລິການໃນວັນພັກລັດຖະການ
ສູນບໍລິການລູກຄ້າ +951 501 301
97/B, Kabaaye Pagoda Road, Yangon, Myanmar

SATHAPANA BANK / CAMBODIA
Email:[email protected]
Tel:(023 | 081) 999 010
Website: www.sathapana.com.kh
Address: No. 83, St. Norodom Blvd., Sangkat Phsar Thmey3, Khan Daun Penh, Phnom Penh, Cambodia