
ລູກຄ້າທຸລະກິດ
ບັນຊີເງິນຝາກກະແສລາຍວັນ, ບັນຊີເງິນປະຢັດ, ບັນຊີຝາກມີກໍານົດ
ບໍ່ວ່າທ່ານຈະມີທຸລະກິດຂະຫນາດນ້ອຍ ກາງ ຫລື ໃຫຍ່ ການມີບັນຊີທະນາຄານສໍາລັບທຸລະກິດໄວ້ເພື່ອບໍລິຫານການເງິນທຸລະກິດຂອງທ່ານນັ້ນເປັນສິ່ງທີ່ສໍາຄັນຫລາຍ, ທະນາຄານ MARUHAN Japan Bank Lao ຂອງພວກເຮົາໄດ້ມີຜະລິດຕະພັນເງິນຝາກສໍາລັບລູກຄ້າທຸລະກິດເຖິງ 3 ຜະລິດຕະພັນ ເຊິ່ງໄດ້ແກ່: ບັນຊີເງິນຝາກກະແສລາຍວັນ, ບັນຊີເງິນປະຢັດ, ແລະ ບັນຊີຝາກມີກໍານົດ

ບັນຊີສ່ວນບຸກຄົນ
ບັນຊີເງິນຝາກກະແສລາຍວັນ, ບັນຊີເງິນປະຢັດ, ບັນຊີຝາກມີກໍານົດ
ບັນຊີເງິນຝາກສ່ວນບຸກຄົນທີ່ຈະມາຊ່ວຍທ່ານບໍລິຫານຈັດການເລື່ອງການເງິນສ່ວນຕົວຂອງທ່ານ ບໍ່ວ່າຈະເປັນເລື່ອງລາຍຮັບ ຫລື ລາຍຈ່າຍ ລວມໄປເຖິງການອົດອອມເງິນຝາກເພື່ອອະນາຄົດ. MARUHAN Japan Bank Lao ພວກເຮົາມີຜະລິດຕະພັນເງິນຝາກສ່ວນບຸກຄົນເຖິງສາມປະເພດ ໄດ້ແກ່ ບັນຊີເງິນຝາກກະແສລາຍວັນ, ຝາກປະຢັດ, ແລະ ຝາກມີກໍານົດ.

ການບໍລິການລູກຄ້າຊັ້ນໜື່ງ
ບັນຊີເງິນຝາກປະຢັດ, ບັນຊີເງິນຝາກມີກຳນົດ, ແລະ ການບໍລິການມີລັກສະນະເປັນສ່ວນໂຕ
ທຸລະກິດທະນາຄານຂອງທະນາຄານມາຣູຮານເຈແປນລາວ ແມ່ນການບໍລິການໜຶ່ງດຽວແລະເປັນອັດສະລິຍະ ອອກແບບມາເພື່ອຄວາມສະດວກສະບາຍ ດັດແປງໃຫ້ຖືກກັບຄວາມຕ້ອງການຂອງລູກຄ້າໂດຍຜູ້ບໍລິຫານຊັບສິນທີ່ມີປະສົບການສູງເພື່ອຄຸ້ມຄອງບໍລິຫານຊັບສິນຂອງທ່ານດ້ວຍຊ່ອງທາງແກ້ ໄຂທາງດ້ານການເງິນທີ່ເໝາະກັບຊີວິດຂອງທ່ານ, ຊ່ວຍໃຫ້ທ່ານບັນລຸເປົ້າໝາຍທາງດ້ານການເງິນຂອງທ່ານ ແລະ ສະໜອງສະພາບແວດລ້ອມທີ່ປອດໄພສຳລັບເງິນຂອງທ່ານ.

ບັນຊີເງິນຝາກເພື່ອທຶນການສຶກສາ
ຝາກມື້ນີ້ ເພື່ອເປັນລາງວັນໃຫ້ລູກທ່ານໃນອະນາຄົດ
ການເກັບອອມມື້ນີ້ເພື່ອລູກຫຼານຂອງທ່ານໃນເມື່ອຫນ້າ ຈະກາຍເປັນຂອງຂວັນອັນມີຄ່າໃນອະນາຄົດຂອງເຈົ້າເມື່ອເຂົາເຕີບໃຫຍ່. ນອກຈາກເຂົາເຈົ້າຈະໄດ້ຮັບຂອງຂວັນອັນມີຄ່ານີ້ໃນອະນາຄົດຂອງເຂົາເຈົ້າແລ້ວ ທ່ານ ແລະ ລູກຂອງທ່ານຍັງຈະໄດ້ມີສ່ວນຮ່ວມນໍາກັນໃນການສັງສົມເງິນກ້ອນດັ່ງກ່າວ ເຮັດໃຫ້ລູກຂອງທ່ານຈະບໍ່ໄດ້ຮັບພຽງແຕ່ເງິນກ້ອນ ແຕ່ບົດຮຽນຂອງການເກັບອອມເງິນ.