ບັນຊີສ່ວນບຸກຄົນ
ບັນຊີເງິນຝາກສ່ວນບຸກຄົນທີ່ຈະມາຊ່ວຍທ່ານບໍລິຫານຈັດການເລື່ອງການເງິນສ່ວນຕົວຂອງທ່ານ ບໍ່ວ່າຈະເປັນເລື່ອງລາຍຮັບ ຫລື ລາຍຈ່າຍ ລວມໄປເຖິງການອົດອອມເງິນຝາກເພື່ອອະນາຄົດ. MARUHAN Japan Bank Lao ພວກເຮົາມີຜະລິດຕະພັນເງິນຝາກສ່ວນບຸກຄົນເຖິງສາມປະເພດ ໄດ້ແກ່ ບັນຊີເງິນຝາກກະແສລາຍວັນ, ບັນຊີເງິນປະຢັດ, ແລະ ບັນຊີຝາກມີກໍານົດ.
ບັນຊີເງິນຝາກກະແສລາຍວັນນີ້ເໝາະສົມສຳລັບບຸກຄົນທົ່ວໄປ ຫຼື ນິຕິບຸກຄົນສຳລັບຜູ້ທີ່ມີທຸລະກິດ ແລະ ສະດວກສະບາຍໃນການສັ່່ງຈ່າຍດ້ວຍແຊັກ ຫຼື ໂອນເງິນຜ່ານບັນຊີ
ບັນຊີເງິນປະຢັດປະເພດນີ້ເໝາະສຳລັບບຸກຄົນທີ່ມີລາຍຮັບປະຈຳ ຫຼື ນິຕິບຸກຄົນທີ່ຕ້ອງການສະສົມເງິນໄວ້ໄລຍະສັ້ນ ເພື່ອຄວາມສະດວກໃນການຝາກ-ຖອນໄດ້ຕະຫຼອດເວລາ ດ້ວຍປຶ້ມ, ແລະ ບັດ ATM
ບັນຊີຝາກມີກໍານົດ ເປັນການລົງທືນທີ່ມີຄວາມສ່ຽງໜ້ອຍ ແຕ່ໄດ້ຮັບຜົນຕອບແທນສູງຈາກອັດຕາດອກເບັ້ຍທີ່ແນ່ນອນໃນຊ່ວງໄລຍະກໍານົດເວລາທີ່ທ່ານເລືອກ.
ທ່ານສາມາດສຶກສາລາຍລະອຽດ ແລະ ເງື່ອນໄຂຕ່າງໆກ່ຽວກັບແຕ່ລະຜະລິດຕະພັນຂອງບັນຊີລູກຄ້າທຸລະກິດໄດ້ທາງລຸ່ມນີ້:
ອັດຕາດອກເບ້ຍເງິນຝາກສຳລັບບັນຊີສ່ວນບຸກຄົນ | |||
---|---|---|---|
LAK | USD | THB | |
ຝາກປະຢັດ | 1.89% | 1.75% | 1.50% |
ຝາກມີກຳນົດ (3 ເດືອນ) | 3.16% | 2.00% | 1.50% |
ຝາກມີກຳນົດ (6 ເດືອນ) | 3.95% | 3.00% | 2.00% |
ຝາກມີກຳນົດ (12 ເດືອນ) | 6.00% | 4.50% | 2.50% |
ຝາກມີກຳນົດ (24 ເດືອນ) | 6.70% | 6.00% | 3.00% |
ຝາກມີກຳນົດ (36 ເດືອນ) | 6.75% | 7.00% | 0.00% |
ຝາກມີກຳນົດ (48 ເດືອນ) | 6.85% | 0.00% | 0.00% |
ຝາກມີກຳນົດ (60 ເດືອນ) | 6.90% | 0.00% | 0.00% |
ຝາກມີກຳນົດດອກເບ້ຍລາຍເດືອນ (12 ເດືອນ) | 5.10% | 4.00% | 2.00% |
ຝາກມີກຳນົດດອກເບ້ຍລາຍເດືອນ (24 ເດືອນ) | 5.20% | 4.50% | 2.50% |
ຝາກມີກຳນົດດອກເບ້ຍລາຍເດືອນ (36 ເດືອນ) | 5.30% | 5.00% | 0.00% |