ການບໍລິການລູກຄ້າຊັ້ນໜື່ງ
ທຸລະກິດທະນາຄານເອກະຊົນຂອງທະນາຄານມາຣູຮານເຈແປນລາວ ແມ່ນການບໍລິການໜຶ່ງດຽວແລະເປັນອັດສະລິຍະ ຊື່ງອອກແບບມາເພື່ອຄວາມສະດວກສະບາຍ ແລະ ດັດແປງໃຫ້ຖືກກັບຄວາມຕ້ອງການຂອງລູກຄ້າໂດຍຜູ້ບໍລິຫານຊັບສິນທີ່ ມີປະສົບການສູງເພື່ອຄຸ້ມຄອງບໍລິຫານຊັບສິນຂອງທ່ານດ້ວຍຊ່ອງທາງແກ້ ໄຂທາງດ້ານການເງິນທີ່ເໝາະກັບວິຖີຊີວິດຂອງທ່ານ, ຊ່ວຍໃຫ້ທ່ານບັນລຸເປົ້າໝາຍທາງດ້ານການເງິນສະເພາະຂອງທ່ານ ແລະ ສະໜອງສະພາບແວດລ້ອມທີ່ປອດໄພສຳລັບເງິນຂອງທ່ານ. ທະນາຄານມາຣູຮານເຈແປນລາວມີ 3 ຜະລິດຕະພັນເພື່ອອໍານວຍຄວາມສະດວກໃຫ້ກັບທ່ານຄື: ບັນຊີເງິນຝາກປະຢັດ, ບັນຊີເງິນຝາກມີກຳນົດ, ແລະ ການບໍລິການມີລັກສະນະເປັນສ່ວນໂຕ
ບັນຊີເງິນປະຢັດປະເພດນີ້ເໝາະສຳລັບບຸກຄົນທີ່ມີລາຍຮັບປະຈຳ ຫຼື ນິຕິບຸກຄົນທີ່ຕ້ອງການສະສົມເງິນໄວ້ໄລຍະສັ້ນ ເພື່ອຄວາມສະດວກໃນການຝາກ-ຖອນໄດ້ຕະຫຼອດເວລາ ດ້ວຍປຶ້ມ, ບັດ ATM
ຄຸນນະສົມບັດ |
|
ເງື່ອນໄຂໃນການໃຊ້ບໍລິການ |
|
ຄ່າທຳນຽມບັດ ATM ທີ່ໃຊ້ຖອນເງິນ | ບໍ່ມີຄ່າທຳນຽມ |
ໃບລາຍງານການເງິນ | ຕາມການສະເໜີ ໄລຍະເວລາປັດຈຸບັນ: ບໍ່ມີຄ່າທຳນຽມ ຂໍຍ້ອນຫັລງເດືອນຜ່ານມາ : 40,000 ກີບ / 5ໂດລາ/ 150ບາດ |
ປຶ້ມບັນຊີເງິນຝາກ | ບໍ່ມີຄ່າທຳນຽມ |
ວົງເງິນເປີດບັນຊີຕ່ຳສຸດ | ເປີດບັນຊີໃໝ່ 150,000ກີບ/15ໂດລາ/ 700ບາດ |
ບໍ່ມີດອກເບັ້ຍຖ້າຍອດເຫຼືອບັນຊີຕ່ຳສຸດ | 100,000ກີບ/10ໂດລາ/ 500ບາດ |
ຍອດຄົງເຫຼືອຕໍ່າສຸດບໍ່ໃຫ້ຫຼຸດ | 100,000ກີບ/10ໂດລາ/500ບາດ |
ຄ່າທຳນຽມ | ບໍ່ມີຄ່າທຳນຽມສຳບັນຊີຝາກປະຢັດ ແລະ ຄ່າອອກບັດ ATM ແລະຄ່າບໍາລຸງຮັກສາບັນຊີປະເດືອນຫຼີປີ. ເວັ້ນເສຍວ່າ: ໃນກໍລະນີ້ປິດບັນຊີກ່ອນ3ເດືອນຫຼັງເປີດບັນຊີໃໝ່ ແລະ ຖ້າບັນຊີບໍ່ມີການເຄື່ອນໄຫ່ວພາຍໃນ6ເດືອນທະນາຄານຈະເກັບຄ່າທຳນຽມ 40,000ກີບ,5ໂດລາ,150ບາດ |
ຄວາມຕ້ອງການ | ສຳລັບລູກຄ້າຄົນລາວ: ໜັງສືຜ່ານແດນ,ບັດປະຈຳຕົວຫຼືປຶ້ມສຳມະໂນຄົວ. ສຳລັບລູກຄ້າຊາວຕ່າງຊາດ: ໜັງສືຜ່ານແດນ, ໃບອະນຸຍາດເຮັດວຽກຢູ່ລາວ, ໃບອະນຸຍາດພັກເຊົາ ,ແລະ ເອກະສານທາງການອື່ນໆຖ້າມີ. |
ລັກສະນະຂອງບັນຊີຄຸນນະສົມບັດ | ລັກສະນະຂອງບັນຊີຄຸນນະສົມບັດ
ໃບຢັ້ງຢືນການຝາກມີກຳນົດທັງສອງປະເພດນີ້ສາມາດຖືກນຳໄປໃຊ້ເພື່ອຮັບປະກັນສິນເຊື່ອກູ້ຢືມນຳທະນາຄານໄດ້. |
ເງື່ອນໄຂໃນການໃຊ້ບໍລິການ |
|
ຄ່າທຳນຽມບັດ ATM ທີ່ໃຊ້ຖອນເງິນ | ບໍ່ມີຂໍ້ມູນ |
ໃບລາຍງານການເງິນ | ບໍ່ມີຂໍ້ມູນ |
ປຶ້ມບັນຊີເງິນຝາກ | ໃບຢັ້ງຢືນການຝາກມີກຳນົດ |
ວົງເງິນເປີດບັນຊີຕ່ຳສຸດຝາກແບບຮັບດອກເມື່ອຄົບກຳນົດການຝາກ | ເປີດບັນຊີໃໝ່ 5,000,000ກີບ/500ໂດລາ/ 20,000ບາດ |
ວົງເງິນເປີດບັນຊີຕ່ຳສຸດຝາກແບບຮັບດອກເບັ້ຍເປັນລາຍເດືອນ | ເປີດບັນຊີໃໝ່ 10,000,000ກີບ/1,000ໂດລາ/ 300,000ບາດ |
ບໍ່ມີດອກເບັ້ຍຖ້າຍອດເຫຼືອບັນຊີຕ່ຳສຸດ | ບໍ່ມີຂໍ້ມູນ |
ຍອດຄົງເຫຼືອຕ່ຳສຸດ | ບໍ່ມີຂໍ້ມູນ |
ຄ່າທຳນຽມ |
|
ຄວາມຕ້ອງການ | ສຳລັບລູກຄ້າຄົນລາວ: ໜັງສືຜ່ານແດນ,ບັດປະຈຳຕົວຫຼືປຶ້ມສຳມະໂນຄົວ. ສຳລັບລູກຄ້າຊາວຕ່າງຊາດ: ໜັງສືຜ່ານແດນ, ໃບອະນຸຍາດເຮັດວຽກຢູ່ລາວ, ໃບອະນຸຍາດພັກເຊົາ ,ແລະ ເອກະສານທາງການອື່ນໆຖ້າມີ. |
ຄຸນລັກສະນະ | ທີ ມງານການບໍລິການລູກຄ້າຊັ້ນໜື່ງທີ່ມີຄວາມເອົາໃຈໃສ່ ສັນຍາວ່າຈະໃຫ້ທ່ານໄດ້ຮັບການບໍລິການທີ່ເປັນສ່ວນຕົວ ແລະ ຄົບວົງຈອນໃນທຸກຄັ້ງທີ່ທ່ານນຳເງິນມາຝາກກັບທະນາຄານຂອງພວກ ເຮົາ. ທີມ ງານດັ່ງກ່າວຈະແມ່ນຮາກຖານແຫ່ງສາຍພົວພັນໜຶ່ງດຽວ, ໄລຍະຍາວທີ່ຈະຊ່ວຍໃຫ້ພວກເຮົາເປັນຄູ່ຮ່ວມງານກັບທ່ານເພື່ອ ສະໜອງຄຸນນະພາບ ແລະ ລະດັບການບໍລິການລູກຄ້າທີ່ທຽບເທົ່າບໍ່ໄດ້, ເຖິງວ່າທ່ານອາດມີຄວາມຕ້ອງການທາງດ້ານການເງິນສວ່ນບຸກຄົນກໍ່ຕາມ. |
ທີມງານການບໍລິການລູກຄ້າຊັ້ນໜື່ງຂອງພວກເຮົາ | ທ່ານຈະໄດ້ ຮັບຄວາມອົບອຸ່ນ ແລະ ການຊວ່ຍເຫຼືອຢ່າງເຕັມສ່ວນຈາກທີມງານຜູ້ຊ່ຽວຊານຂອງພວກເຮົາ ທາງດ້ານເທັກໂນໂລຢີການທະນາຄານ ແລະ ເຄື່ອງມືທາງການເງິນສະເພາະ.ຈະສະຫລະເວລາເພື່ອທຳຄວາມເຂົ້າໃຈຄວາມຕ້ອງການຂອງທ່ານໃນເວລາກວດກາຄືນ ແລະ ຕີລາຄາປະສິດທິພາບທາງດ້ານການເງິນ ກວດກາສາຍພົວພັນຂອງທ່ານ ກັບພວກເຮົາແລະຊ່ວຍເຫຼືອທ່ານ ທາງດ້ານຄວາມຕ້ອງການວິຊາການທະນາຄານໃນແຕ່ລະວັນ ແລະ ໃນໄລຍະຍາວ. ຈະຊ່ວຍເຫຼືອທ່ານທຸກປະເພດຂອງຄວາມຕ້ອງການເຖິງວ່າຈະຂະໜາດນ້ອຍກໍ່ຕາມ. |
ການ ບໍລິການມູນຄ່າເພີ່ມອື່ນໆສຳລັບການບໍລິການລູກຄ້າຊັ້ນໜື່ງ | ການນຳໃຊ້ຊຸດ/ສິ່ງອຳນວຍຄວາມສະດວກຂອງການບໍລິການລູກຄ້າຊັ້ນໜື່ງທີ່ ໄດ້ຖືກປະກອບໃຫ້ເປັນຢ່າງດີໂດຍມີເຄື່ອງເຮືອນທີ່ສະດວກສະບາຍ, ໂທລະພາບສີຈໍແບນ, ໜັງສືພິມ ແລະ ວາລະສານ, ແລະ ອຸປະກອນອິນເຕີເນັດ ພະນັກງານພົວພັນລູກຄ້າທີ່ມີຄວາມເອົາໃຈໃສ່ ແລະ ໄດ້ຮັບການຝຶກຝົນເປັນຢ່າງດີຜູ້ຈະໃຫ້ການບໍລິການທ່ານດ້ວຍກາເຟທີ່ຖືກຊົງມາສົດໆໂດຍບໍ່ຈຳກັດ (Espresso/Cappuccino/Latte) ແລະ ເຄື່ອງດື່ມປະເພດອຶ່ນໆໃນຂະນະທີ່ທ່ານກຳລັງຢ້ຽມຢາມພວກເຮົາ. |
ຊ່ອງທາງແກ້ໄຂດ້ານການທະນາຄານທີ້ບໍ່ຄືໃຜ | ເນື່ອງ ຈາກວ່າແມ່ນໜຶ່ງໃນລູກຄ້າຊັ້ນໜື່ງທີ່ໄດ້ຮັບການຕີ ລາຄາສູງຂອງພວກເຮົາ, ທ່ານໄດ້ໄດ້ມີຄວາມສຸກກັບສິດທິພິເສດເຫຼົ່ານີ້:
|