ບັນຊີເງິນຝາກເພື່ອທຶນການສຶກສາ
ການເກັບອອມມື້ນີ້ເພື່ອລູກຫຼານຂອງທ່ານໃນເມື່ອຫນ້າ ຈະກາຍເປັນຂອງຂວັນອັນມີຄ່າໃນອະນາຄົດຂອງເຈົ້າເມື່ອເຂົາເຕີບໃຫຍ່. ນອກຈາກເຂົາເຈົ້າຈະໄດ້ຮັບຂອງຂວັນອັນມີຄ່ານີ້ໃນອະນາຄົດຂອງເຂົາເຈົ້າແລ້ວ ທ່ານ ແລະ ລູກຂອງທ່ານຍັງຈະໄດ້ມີສ່ວນຮ່ວມນໍາກັນໃນການສັງສົມເງິນກ້ອນດັ່ງກ່າວ ເຮັດໃຫ້ລູກຂອງທ່ານຈະບໍ່ໄດ້ຮັບພຽງແຕ່ເງິນກ້ອນ ແຕ່ບົດຮຽນຂອງການເກັບອອມເງິນ. ສະນັ້ນ ທະນາຄານມາຣູຮານເຈແປນລາວ ຂອງພວກເຮົາຈຶ່ງມີຜະລິດຕະພັນດີທີ່ຕອບໂຈດມາເພື່ອສໍາລັບການເປີດບັນຊີເງິນຝາກເພື່ອທຶນການສຶກສາໃຫ້ລູກຂອງທ່ານ ໂດຍມີເງື່ອນໄຂ ແລະ ລາຍລະອຽດດັ່ງລຸ່ມນີ້:
ອັດຕາດອກເບ້ຍເງິນຝາກສຳລັບບັນຊີເພື່ອທຶນການສຶກສາ | ກີບ | USD | THB |
---|---|---|---|
ອັດຕາດອກເບ້ຍ | 5.00% | 3.00% | 2.00% |
ເງີນຝາກເລີ່ມຕັ້ນ | 100,000 | 10 | 500 |
- ຜູ້ປົກຄອງຫຼືບຸກຄົນທົ່ວໄປສາມາດເປີດບັນຊີເງິນຝາກເພື່ອທືນການສຶກສາໃຫ້ລູກຫຼານໄດ້ສະເພາະເດັກທີ່ມີອາຍຸ 15ປີ ລົງມາໂດຍຕ້ອງນຳປຶ້ມສຳມະໂນຄົວຫຼືໃບແຈ້ງເກີດມາເປັນຫຼັກຖານຢັ້ງຢືນກ່ຽວກັບຂໍ້ມູນຂອງເດັກທີ່ທ່ານຕ້ອງການເປີດບັນຊີໃຫ້.
- ບັນຊີເງິນຝາກເພື່ອລູກຫຼານສາມາດນຳໃຊ້ໄດ້ຈົນກວ່າເດັກຈະມີອາຍຸຄົບ 18ປີເຕັມ ແລະ ໄລຍະຝາກຕໍ່າສຸດ 5ປີ
- ທ່ານສາມາດຝາກເງິນເຂົ້າບັນຊີໄດ້ຕະຫຼອດເວລາບໍ່ຈຳກັດຈຳນວນຄັ້ງແລະວົງເງິນ.
- ທະນາຄານຈະຈ່າຍດອກເບັ້ຍໃຫ້ 1ຄັ້ງຕໍ່ປີ ທ້າຍເດືອນທັນວາໂດຍການໂອນເຂົ້າບັນຊີເພື່ອທຶນການສຶກສາ.
- ກໍລະນີປິດບັນຊີເງິນຝາກກ່ອນ 3ເດືອນ ນັບແຕ່ມື້ເປີດບັນຊີທະນາຄານຈະບໍ່ຈ່າຍດອກເບັ້ຍ.
- ກໍລະນີປິດບັນຊີຫຼັງ 3ເດືອນ (ນັບແຕ່ມື້ເປີດບັນຊີ) ແຕ່ບໍ່ເຖິງ 5ປີ ທະນາຄານຈະຈ່າຍດອກເບັ້ຍເທົ່າກັບອັດຕາດອກເບັ້ຍເງິນຝາກປະຢັດຕາມສະກຸນເງິນໂດຍອີງຕາມແຈ້ງການຂອງທະນາຄານປະກາດໃຊ້ໃນມື້ປິດບັນຊີພ້ອມທັງເກັບຄືນດອກເບັ້ຍທີ່ຈ່າຍໃຫ້ແລ້ວທັງໝົດເຊີ່ວຄ່າທຳນຽມປິດບັນຊີກ່ອນກຳນົດ10.000ກີບ,1ໂດລາ ແລະ 40ບາດ.
- ກໍລະນີປິດບັນຊີຫຼັງ 5ປີ (ນັບຈາກມື້ເປີດບັນຊີ) ຫຼືເດັກນ້ອຍອາຍຸ18ປີ ທະນາຄານຈະຈ່າຍດອກເບັ້ຍຕາມອັດຕາດອກເບັ້ຍທີ່ກໍານົດໄວ້.
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: +856 (21) 411777, +856 (21) 266000