ສິນເຊື່ອເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ
ທະນາຄານມາຣູຮານເຈແປນລາວ, ໄດ້ຮັບອະນຸຍາດສ້າງຕັ້ງເປີດໂຕຂຶ້ນຢ່າງເປັນທາງການໃນປີ 2013 ເພື່ອສົ່ງເສີມຄວາມສຳພັນເລື້ອງການເງິນອັນແໜ້ນແຟ້ນລະຫວ່າງຍີປຸ່ນ ແລະ ປະເທດອາຊຽນ ແລະ ເປັນການສຸກຍູ້ສົ່ງເສີມເສດຖະກິດໃຫ້ຂະຫຍາຍຕົວໃນຂົງເຂດນີ້. ພວກເຮົາໄດ້ວາງມາດຕະຖານໃໝ່ ໃນການທະນາຄານທີ່ປະເທດລາວ ໂດຍນຳໃຊ້ການປະສົມປະສານຂອງນະວັດຕະກຳໃໝ່ ແລະ ປະສົບການຈາກຕ່າງປະເທດ ເພື່ອນຳເອົາມາດຕະຖານການບໍລິການໃນລະດັບທີ່ລ້ຳຍຸກແບບບໍ່ມີໃນທີ່ອື່ນມາໃຫ້ກັບລູກຄ້າຂອງພວກເຮົາ. ທະນາຄານມາຣູຮານເຈແປນລາວ ມີຜະລິດຕະພັນເງິນກູ້ເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງເຖິງ 3ປະເພດ ຄື:
ເງິນກູ້ໄລຍະສັ້ນ ແມ່ນການບໍລິການເງິນກູ້ທີ່ມີໄລຍະເວລາຊຳລະເງິນຄືນພາຍໃນບໍ່ເກີນ 1 ປິ, ຈຸດປະສົງຂອງເງິນກູ້ປະເພດນີ້ກໍ່ຄືສະໜັບສະໜຸນເງິນທືນ ໃນການຂະຫຍາຍສະພາບຄ່ອງທາງການເງິນ ເພື່ອຊື້ວັດຖຸດິບຕ່າງໆ, ອຸບປະກອນ, ຄ່າແຮງງານ ແລະ ເງິນທືນໝູນວຽນອື່ນໆ
ເງິນກູ້ໄລຍະກາງ ແມ່ນການບໍລິການດ້ານເງິນກູ້ທີ່ມີໄລຍະເລີ່ມແຕ່ 1 ປີ ຫາ 5 ປີ, ຈຸດປະສົງຂອງເງິນກູ້ປະເພດນີ້ກໍ່ຄືສະໜັບສະໜູນເງິນທືນໝູນວຽນ ແລະທືນຄົງທີ່ ເພື່ອເສີມສະພາບຄ່ອງທາງການເງິນໃຫ້ຫົວໜ່ວຍທຸລະກິດ ບໍ່ວ່າຈະເປັນທືນຊື້ວັດຖຸດິບ, ອຸປະກອນເຄື່ອງຈັກ, ຈ່າຍຄ່າແຮງງານ ແລະ ອື່ນໆ.
ເງິນກູ້ເບີກເກີນບັນຊີ ແມ່ນການບໍລິການເງິນກູ້ເບີກເກີນບັນຊີທີ່ທະນາຄານມາຣູຮານເຈແປນລາວຂອງພວກເຮົາສາມາດໃຫ້ການຊ່ວຍເຫຼືອໄລຍະສັ້ນແກ່ທຸລະກິດຂອງທ່ານໃນເວລາທີ່ມີຄວາມຫຍຸ້ງຍາກທາງດ້ານກະແສເງິນສົດ, ເມື່ອມີຄວາມຕ້ອງການເງິນທືນໝູນວຽນເພື່ອນຳໄປພັດທະນາທຸລະກິດຫຼືເພື່ອຊ່ວຍແກ້ໄຂໜີ້ທີ່ມີ.
ຄຸນລັກສະນະ | ການບໍລິການເງິນກູ້ທີ່ມີໄລຍະເວລາຊຳລະເງິນຄືນພາຍໃນບໍ່ເກີນ 1 ປິ, ຈຸດປະສົງຂອງເງິນກູ້ປະເພດນີ້ກໍ່ຄືສະໜັບສະໜຸນເງິນທຶນ ໃນການຂະຫຍາຍສະພາບຄ່ອງທາງການເງິນ ເພື່ອຊື້ວັດຖຸດິບຕ່າງໆ, ອຸບປະກອນ, ຄ່າແຮງງານ ແລະ ເງິນທຶນໝູນວຽນອື່ນໆ. |
ຜົນປະໂຫຍດທີ່ໄດ້ຮັບ |
|
ປະເພດເງິນກູ້ | ເງິນກູ້ມີກຳນົດ ແລະ ເງິນກູ້ເບີກເກີນບັນຊີ. |
ສະກຸນເງິນທີ່ປ່ອຍກູ້ | ກີບ, ໂດລາ, ບາດ (ຂຶ້ນກັບສະກຸນເງິນທີ່ເປັນລາຍຮັບຂອງຜູ້ກູ້ຢືມ) |
ວົງເງິນກູ້ຢືມ | ວົງເງິນກູ້ຢືມແມ່ນຂຶ້ນກັບຄວາມຕ້ອງການຕົວຈິງຈາກຄວາມສາມາດໃນການສ້າງກຳໄລຂອງທຸລະກິດ ແລະ ມູນຄ່າຫຼັກສັບຄ້ຳປະກັນຈາກການພິຈາລະນາຂອງທະນາຄານ. |
ອັດຕາດອກເບັ້ຍ | ຈະຕັດສິນຈາກການປະເມີນຂອງທະນະຄານ. |
ເງື່ອນໄຂຂອງຜູ້ກູ້ຢືມ |
|
ເອກະສານປະກອບເບື້ອງຕົ້ນ | ໃບຄຳຮ້ອງສະມັກກູ້ຢືມເງິນ ແລະ ລາຍລະອຽດເອກະສານທີຈຳເປັນຕ່າງໆ ແມ່ນສາມາດມາສອບຖາມໄດ້ທີ່ ທະນາຄານມາຣູຮານເຈແປນລາວ. |
ຄຸນລັກສະນະ | ການບໍລິການດ້ານເງິນກູ້ທີ່ມີໄລຍະເລີ່ມແຕ່ 1 ປີ ຫາ 5 ປີ, ຈຸດປະສົງຂອງເງິນກູ້ປະເພດນີ້ກໍ່ຄືສະໜັບສະໜູນເງິນທຶນໝູນວຽນ ແລະທຶນຄົງທີ່ ເພື່ອເສີມສະພາບຄ່ອງທາງການເງິນໃຫ້ຫົວໜ່ວຍທຸລະກິດ ບໍໍ່ວ່າຈະເປັນທຶນຊື້ວັດຖຸດິບ, ອຸປະກອນ - ເຄື່ອງຈັກ, ຈ່າຍຄ່າແຮງງານ ແລະ ອື່ນໆ. |
ຜົນປະໂຫຍດທີ່ໄດ້ຮັບ |
|
ປະເພດເງິນກູ້ | ສິນເຊື່ອມີກຳນົດ |
ສະກຸນເງິນທີ່ປ່ອຍກູ້ | ກີບ, ໂດລາ, ບາດ (ຂຶ້ນກັບສະກຸນເງິນທີ່ເປັນລາຍຮັບຂອງຜູ້ກູ້ຢືມ) |
ວົງເງິນກູ້ຢືມ |
|
ອັດຕາດອກເບັ້ຍ | ຈະຕັດສິນຈາກການປະເມີນຂອງທະນະຄານ. |
ເງື່ອນໄຂຂອງຜູ້ກູ້ຢືມ |
|
ເອກະສານປະກອບເບື້ອງຕົ້ນ | ໃບຄຳຮ້ອງສະມັກກູ້ຢືມເງິນ ແລະ ລາຍລະອຽດເອກະສານທີຈຳເປັນຕ່າງໆ ແມ່ນສາມາດມາສອບຖາມໄດ້ທີ່ ທະນາຄານມາຣູຮານເຈແປນລາວ. |
ຄຸນລັກສະນະ | ການບໍລິການເງິນກູ້ເບີກເກີນບັນຊີທີ່ທະນາຄານມາຣູຮານເຈແປນລາວຂອງພວກເຮົາສາມາດໃຫ້ການຊ່ວຍເຫຼືອໄລຍະສັ້ນແກ່ທຸລະກິດຂອງທ່ານໃນເວລາທີ່ມີຄວາມຫຍຸ້ງຍາກທາງດ້ານກະແສເງິນສົດ, ເມື່ອມີຄວາມຕ້ອງການເງິນທຶນໝູນວຽນເພື່ອນຳໄປພັດທະນາທຸລະກິດຫຼືເພື່ອຊ່ວຍແກ້ໄຂໜີ້ທີ່ມີ.
|
ຜົນປະໂຫຍດທີ່ໄດ້ຮັບ |
|
ປະເພດເງິນກູ້ | ເງິນກູ້ເບີກເກີນບັນຊີ |