ຄວາມຮັບຜິດຊອບຕໍ່ສັງຄົມ

ທະນາຄານ ມາຣູຮານ ເຈແປນລາວ ມີຄວາມມຸ່ງໝັ້ນທີ່ຈະສ້າງທຸລະກິດໃຫ້ຢູ່ໃນພື້ນຖານການຕອບແທນໃຫ້ກັບລູກຄ້າຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນຄົງ. ໃນຖານະທີ່ເປັນໜຶ່ງໃນທະນາຄານທີ່ມີແນວທາງໃນການດໍາເນີນງານທີ່ຊັດເຈນໃນການຕອບແທນລູກຄ້າ ແລະ ທະນາຄານ ມາຣູຮານ ເຈແປນ ລາວ ເອງຍັງເຊື່ອວ່າຄຸນຄ່າທີ່ດີໃນການດໍາເນີນທຸລະກິດນັ້ນແມ່ນຂຶ້ນຢູ່ກັບຄວາມຮູ້ຈັກຮັບຜິດຊອບ ແລະ ມຸ່ງຫວັງທີ່ຈະບັນລຸຜົນສໍາເລັດໂດຍການຮ່ວມມື້ເຊິ່ງກັນ ແລະ ກັນ.

 

ສໍາລັບທະນາຄານແລ້ວ, ຄວາມຮັບຜິດຊອບຕໍ່ກັບສັງຄົມໝາຍເຖິງການສ້າງຮູບແບບທຸລະກິດທີ່ເນັ້ນການສ້າງມູນຄ່າໃນໄລຍະຍາວໃຫ້ກັບລູກຄ້າ, ພະນັກງານ, ຜູ້ຖືຮຸ້ນ, ສັງຄົມ ແລະ ສະພາບແວດລ້ອມ.

 

ໃນໄລຍະປີນີ້ ທະນາຄານ ມາຣູຮານ ເຈແປນ ລາວ ຍັງຄົງຮັກສາແນວທາງໃນການປະຕິບັດທີ່ໝັ້ນຄົງທາງດ້ານທະນາຄານ ເຊິ່ງສະແດງອອກໃຫ້ເຫັນທາງດ້ານການສະໜັບສະໜຸນລູກຄ້າ, ການມີສ່ວນຮ່ວມຂອງພະນັກງານ, ການມີສ່ວນຮ່ວມຕໍ່ກັບພື້ນທີ່ອ້ອມຮອບທີ່ທະນາຄານຕັ້ງຢູ່ ແລະ ການອະນຸລັກສິ່ງແວດລ້ອມ.

 

ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ມີການຜັກດັນທາງດ້ານການສະໜັບສະໜຸນສັງຄົມໃນທຸກໆດ້ານຂອງອົງກອນໂດຍໃຊ້ຊັບພະຍາກອນທາງທຸລະກິດຂອງຕົນເອງຢ່າງມີປະສິດທິພາບ ເພື່ອປັບປຸງສະພາບແວດລ້ອມພາຍໃນພື້ນທີ່ທີ່ພວກເຮົາດໍາເນີນງານ ພ້ອມກັນນັ້ນຍັງໃຫ້ຄວາມຊ່ວຍເຫຼືອທາງດ້ານການເງິນໃນຮູບແບບທີ່ເປັນປະໂຫຍດແກ່ໂຄງການ ແລະ ອົງກອນຕ່າງໆທີ່ດໍາເນີນງານໃນ ສປປ ລາວ.

 

ທະນາຄານຂອງພວກເຮົາມີໂຄງການໃນການຮັບຜິດຊອບຕໍ່ກັບສັງຄົມເພື່ອໃຫ້ສອດຄ່ອງກັບຍຸດທະສາດຂອງອາຊຽນ.

 

ໂຄງການຄວາມຮັບຜິດຊອບຕໍ່ສັງຄົມຂອງທະນາຄານ ມາຣູຮານ ເຈແປນ ລາວ ທີ່ພົ້ນເດັ່ນກວ່າໝູ່ມີ 3 ໂຄງການຄື:

–  BIZGrow ໂຄງການສໍາລັບໃຫ້ຄໍາປຶກສາໃຫ້ກັບທຸລະກິດຂະນາດນ້ອຍ ແລະ ກາງ ໂດຍບໍ່ເສຍຄ່າໃຊ້ຈ່າຍ

– ກອງທຶນ ວິຣະບູລຸດ ທີ່ຊ່ວຍສະໜັບສະໜຸນທາງດ້ານສາທາລະນະສຸກໃຫ້ກັບແພດໝໍໃນຊ່ວງການລະບາດຂອງພະຍາດໂຄວິດ-19

– ສະໜັບສະໜຸນທ່ານນາງ ບົວພາ ສົມໃຈ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບການເກີດອັກຄີໄພທີ່ຢູ່ອາໄສ

 

 

ໜຶ່ງໃນການດໍາເນີນງານຄັ້ງທໍາອິດຂອງ BIZGrow

ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ມອບເງິນຈໍານວນ 10,000,000 ກີບ ໃຫ້ແກ່ ທ່ານ ນາງ ບົວພາ ສົມໃຈ ແລະ ຄອບຄົວ ທີ່ເຮືອເກີດອັກຄີໄພ.

ການບໍລິຈາກຄັ້ງທຳອິດໃຫ້ກັບກອງທຶນວິລະບູລຸດລາວ ມອບໃຫ້ ທ່ານ ບຸນເພັງ ພູມາໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ສປປ ລາວ.