ຄໍາເຫັນປະທານສະພາຜູ້ບໍລິຫານ

ຍ່າງເລາະລຽບຕາມຖະໜົນຫົນທາງທີ່ຄຶກຄັກ ແລະ ຕຶກສູງສະຫງ່າງາມຂອງໂຕກຽວໃນປະຈຸບັນ. ບໍ່ໜ້າເຊື່ອເລີຍວ່າ 150 ປີທີ່ຜ່ານມາມັນເປັນພຽງເມືອງນ້ອຍໆຂອງແຂວງເທົ່ານັ້ນ. ທີ່ບໍ່ໜ້າເຊື່ອໄປກວ່ານັ້ນ ແມ່ນໃນປີ 1923 ມັນໄດ້ຖືກທໍາລາຍໂດຍເຫດການແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດໃນຮອບສະຕະວັດ ຫລື ເວົ້າໄດ້ວ່າເມືອງນີ້ປຽບດັ່ງຖືກທຳລາຍລ້າງຈາກສົງຄາມອັນໂຫດຮ້າຍ. ທະນາຄານ ມາຣູຮານ ເຈແປນ ລາວ ກໍ່ແມ່ນຫນຶ່ງໃນຫຼາຍໆເລື່ອງເລົ່າຂອງຄວາມສໍາເລັດທີ່ຖືກຂຽນຂື້ນໃນລະຫວ່າງຂອງການຟື້ນຟູຈາກຫາຍຍະນະອັນໂຫດຮ້າຍເຫລົ່ານັ້ນ.

 

ຂ້າພະເຈົ້າຍັງຈົດຈຳຄວາມຫລັງໄດ້ດີ. ຄອບຄົວຂອງຂ້າພະເຈົ້າແມ່ນເປັນຊາວກະສິກອນ ແລະ ພວກເຮົາມີຖານະທຸກຍາກ

ຫຼາຍຈົນເກືອບຈະຢູ່ບໍ່ໄດ້ຮອດມືື້. 60 ປີກ່ອນ, ຂ້າພະເຈົ້າໄດ້ເລີ່ມຕົ້ນເຮັດທຸລະກິດຂະຫນາດນ້ອຍໃນເຂດຊົນນະບົດທາງເຫນືອຂອງແຂວງກຽວໂຕໃນຍີ່ປຸ່ນ. ໃນເມື່ອເງິນທຶນກ້ອນທຳອິດ ແມ່ນມີຈຳນວນໜ້ອຍແຕ່ທຸລະກິດຂອງຂ້າພະເຈົ້າກໍ່ໄດ້ຂະ ຫຍາຍໂຕຂຶ້ນ ແລະ ຕອນນີ້ພວກເຮົາກາຍເປັນກຸ່ມບໍລິສັດການບັນເທີງທີ່ສົມບູນແບບ ເຊິ່ງມີຫຼາຍກວ່າ 314 ສາຂາ ແລະ ມີສະໜາມກ໊ອຟ 18 ແຫ່ງ ຊຶ່ງມີພະນັກງານທັງໝົດປະມານ 21,000ຄົນ. ດັ່ງທີ່ຂ້າພະເຈົ້າໄດ້ເຫັນການເຕີບໃຫຍ່ຂະຫຍາຍໂຕ ຂອງກຸ່ມບໍລິສັດມາຣູຮານ ຂ້າພະເຈົ້າ ສັງເກດເຫັນວ່າທຸກໆ ຄວາມສາໍເລັດຂອງພວກເຮົາສາມາດເປັນໄປໄດ້ດ້ວຍຈິດວິນ ຍານທີ່ຫິວໂຫຍ ຈິດໃຈທີ່ທ້າທາຍ ແລະ ຄວາມມຸ້ງໝັ້ນອັນແຮງກ້າທີ່ຈະນຳພາໄປສູ່ຄວາມເປັນເລີດ ຂ້າພະເຈົ້າພາກພູມໃຈທີ່ຈະເວົ້າວ່າໄດ້ວ່າຄວາມມຸ່ງໜັ້ນ ແລະ ຜົນການດຳເນີນງານຂອງ ທະນາຄານ ມາຣູຮານ ເຈແປນ ລາວ ຕະຫລອດ 9 ປີທີ່ຜ່ານມາແມ່ນກຳລັງກ້າວໄປໃນທິດທາງທີ່ດີນີ້.

ບໍ່ວ່າຈະເປັນຄວາມມຸ່ງໝັ້ນສູ່ຄວາມເປັນເລີດ, ການສ້າງຄວາມສາມາດ ແລະ ການຍົກລະດັບມາດຕະຖານ, ຄວາມຊຳນິຊຳ ນານ ແລະ ລາຍຮັບ ທີ່ພວກເຮົາກໍາລັງສົ່ງຕໍ່ໃຫ້ຄົນລາວ ແລະ ຜູ້ທີ່ດຳເນີນທຸລະກິດ ໃນ ສປປ ລາວ ຫຼື ວຽກງານທີ່ກຳລັງດຳເນີນໄປພາຍໃຕ້ ໂຄງການແບບຢ່າງ CSR. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ທະນາຄານ ມາຣູຮານ ເຈແປນ ລາວ ຈະໄດ້ປະກອບສ່ວນຊຸກຍູ້ ໃນການເຕີບໃຫຍ່ຂະຫຍາຍໂຕ ທັງພາຍໃນ ສປປ ລາວ ແລະ ພາກພື້ນອາຊຽນ.

 

ສຸດທ້າຍນີ້, ເມື່ອພວກເຮົາເບິ່ງຄືນ ປີທີ 9 ຂອງການດໍາເນີນງານຂອງ ທະນາຄານ ມາຣູຮານ ເຈແປນ ລາວ, ມັນອາດຈະເປັນເວລາທີ່ດີ ທີ່ຂ້າພະເຈົ້າຈະສະແດງຄວາມຮູ້ບຸນຄຸນສໍາລັບທຸກໆ ການສະຫນັບສະຫນູນ ທີ່ພວກເຮົາໄດ້ຮັບຕະຫຼອດໄລຍະເວລາ 9 ປີທີ່ຜ່ານມາ. ຂໍຂອບໃຈ ມາຍັງຄະນະຜູ້ບໍລິຫານ ແລະພະນັກງານຂອງ ຂອງ ທະນາຄານ ມາຣູຮານ ເຈແປນ ລາວສຳ ລັບຄວາມມຸ່ງໝັ້ນ, ຄວາມທຸ່ມເທ ແລະ ຄວາມມານະພະຍາ ຍາມ ຂອງພວກເຂົາ.

 

ຂ້າພະເຈົ້າຕາງໜ້າໃຫ້ ທະນາຄານ ມາຣູຮານ ເຈແປນ ລາວ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງບັນດາລູກຄ້າຂອງພວກເຮົາທີ່ໃຫ້ການສະໜັບສະໜຸນສະເໝີມາ, ຂໍສະແດງຄວາມຂອບໃຈຢ່າງສຸດຊື້ງມາຍັງທະນາຄານແຫ່ງຊາດລາວ ແລະ ລັດຖະບານ ແຫ່ງ ສປປ ລາວ ສຳລັບ ຄຳແນະນຳ, ຊີ້ນຳ ແລະການສະໜັບສະໜຸນຈາກພວກເພີ່ນ.