ບັນຊີເງິນຝາກເພື່ອທຶນການສຶກສາ

[cmsmasters_row data_padding_bottom=”50″ data_padding_top=”50″ data_color_overlay=”#ffffff” data_bg_color=”#ffffff” data_color=”default” data_bot_style=”default” data_top_style=”default” data_width=”boxed” data_shortcode_id=”icbqwxc3b”][cmsmasters_column data_width=”1/1″ data_shortcode_id=”v61igm14h” data_animation_delay=”0″ data_border_style=”default” data_bg_size=”cover” data_bg_attachment=”scroll” data_bg_repeat=”no-repeat” data_bg_position=”top center”][cmsmasters_heading shortcode_id=”ll0d1xb8dc” type=”h2″ font_weight=”default” font_style=”default” text_align=”left” margin_top=”0″ margin_bottom=”20″ animation_delay=”0″]ບັນຊີເງິນຝາກເພື່ອທຶນການສຶກສາ[/cmsmasters_heading][cmsmasters_text shortcode_id=”uugb8o1ebt” animation_delay=”0″]

ການເກັບອອມມື້ນີ້ເພື່ອລູກຫຼານຂອງທ່ານໃນເມື່ອຫນ້າ ຈະກາຍເປັນຂອງຂວັນອັນມີຄ່າໃນອະນາຄົດຂອງເຈົ້າເມື່ອເຂົາເຕີບໃຫຍ່. ນອກຈາກເຂົາເຈົ້າຈະໄດ້ຮັບຂອງຂວັນອັນມີຄ່ານີ້ໃນອະນາຄົດຂອງເຂົາເຈົ້າແລ້ວ ທ່ານ ແລະ ລູກຂອງທ່ານຍັງຈະໄດ້ມີສ່ວນຮ່ວມນໍາກັນໃນການສັງສົມເງິນກ້ອນດັ່ງກ່າວ ເຮັດໃຫ້ລູກຂອງທ່ານຈະບໍ່ໄດ້ຮັບພຽງແຕ່ເງິນກ້ອນ ແຕ່ບົດຮຽນຂອງການເກັບອອມເງິນ. ສະນັ້ນ ທະນາຄານມາຣູຮານເຈແປນລາວ ຂອງພວກເຮົາຈຶ່ງມີຜະລິດຕະພັນດີທີ່ຕອບໂຈດມາເພື່ອສໍາລັບການເປີດບັນຊີເງິນຝາກເພື່ອທຶນການສຶກສາໃຫ້ລູກຂອງທ່ານ ໂດຍມີເງື່ອນໄຂ ແລະ ລາຍລະອຽດດັ່ງລຸ່ມນີ້:

ອັດຕາດອກເບ້ຍເງິນຝາກສຳລັບບັນຊີເພື່ອທຶນການສຶກສາກີບUSDTHB
ອັດຕາດອກເບ້ຍ5.00%3.00%2.00%
ເງີນຝາກເລີ່ມຕັ້ນ100,00010500
  • ຜູ້ປົກຄອງຫຼືບຸກຄົນທົ່ວໄປສາມາດເປີດບັນຊີເງິນຝາກເພື່ອທືນການສຶກສາໃຫ້ລູກຫຼານໄດ້ສະເພາະເດັກທີ່ມີອາຍຸ 15ປີ ລົງມາໂດຍຕ້ອງນຳປຶ້ມສຳມະໂນຄົວຫຼືໃບແຈ້ງເກີດມາເປັນຫຼັກຖານຢັ້ງຢືນກ່ຽວກັບຂໍ້ມູນຂອງເດັກທີ່ທ່ານຕ້ອງການເປີດບັນຊີໃຫ້.
  • ບັນຊີເງິນຝາກເພື່ອລູກຫຼານສາມາດນຳໃຊ້ໄດ້ຈົນກວ່າເດັກຈະມີອາຍຸຄົບ 18ປີເຕັມ ແລະ ໄລຍະຝາກຕໍ່າສຸດ 5ປີ
  • ທ່ານສາມາດຝາກເງິນເຂົ້າບັນຊີໄດ້ຕະຫຼອດເວລາບໍ່ຈຳກັດຈຳນວນຄັ້ງແລະວົງເງິນ.
  • ທະນາຄານຈະຈ່າຍດອກເບັ້ຍໃຫ້ 1ຄັ້ງຕໍ່ປີ ທ້າຍເດືອນທັນວາໂດຍການໂອນເຂົ້າບັນຊີເພື່ອທຶນການສຶກສາ.
  • ກໍລະນີປິດບັນຊີເງິນຝາກກ່ອນ 3ເດືອນ ນັບແຕ່ມື້ເປີດບັນຊີທະນາຄານຈະບໍ່ຈ່າຍດອກເບັ້ຍ.
  • ກໍລະນີປິດບັນຊີຫຼັງ 3ເດືອນ (ນັບແຕ່ມື້ເປີດບັນຊີແຕ່ບໍ່ເຖິງ 5ປີ ທະນາຄານຈະຈ່າຍດອກເບັ້ຍເທົ່າກັບອັດຕາດອກເບັ້ຍເງິນຝາກປະຢັດຕາມສະກຸນເງິນໂດຍອີງຕາມແຈ້ງການຂອງທະນາຄານປະກາດໃຊ້ໃນມື້ປິດບັນຊີພ້ອມທັງເກັບຄືນດອກເບັ້ຍທີ່ຈ່າຍໃຫ້ແລ້ວທັງໝົດເຊີ່ວຄ່າທຳນຽມປິດບັນຊີກ່ອນກຳນົດ10.000ກີບ,1ໂດລາ ແລະ 40ບາດ.
  • ກໍລະນີປິດບັນຊີຫຼັງ 5ປີ (ນັບຈາກມື້ເປີດບັນຊີຫຼືເດັກນ້ອຍອາຍຸ18ປີ ທະນາຄານຈະຈ່າຍດອກເບັ້ຍຕາມອັດຕາດອກເບັ້ຍທີ່ກໍານົດໄວ້

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: +856 (21) 411777, +856 (21) 266000

[/cmsmasters_text][/cmsmasters_column][/cmsmasters_row]