contract-01

ຄົ້ນຫາບັນຊີເງິນຝາກທີ່ເໝາະສົມກັບຕົວທ່ານເພື່ອບໍລິຫານລາຍຮັບ ແລະ ລາຍຈ່າຍໃນແຕ່ລະມື້ໄດ້ຢ່າງປະຢັດ ກັບ ທະນາຄານ ມາຣູຮານ ເຈແປນລາວ, ພວກເຮົາມີຂໍ້ສະເໝີໃຫ້ທ່ານສໍາລັບບັນຊີເງິນຝາກກະແສລາຍວັນ, ບັນຊີເງິນຝາກປະຢັດ ແລະ ບັນຊີເງິນຝາກປະຈໍາ.

 

 – ບັນຊີເງິນຝາກກະແສລາຍວັນ ແມ່ນເໝາະສໍາລັບບຸກຄົນ ຫຼື ທຸລະກິດ ສໍາລັບການດໍາເນີນທຸລະກິດທີ່ໃຊ້ເງິນໝູນວຽນຕະຫຼອດເວລາໂດຍໃຊ້ໃບເບີກຈ່າຍເງິນ ຫຼື ໂດຍການໂອນເງິນ.

 – ບັນຊີເງິນຝາກປະຢັດ ແມ່ນເໝາະສົມສໍາລັບບຸກຄົນທີ່ມີລາຍຮັບປະຈໍາ ແລະ ຕ້ອງການປະຢັດເງິນ ສາມາດຖອນເງິນສົດໄດ້ຕະຫຼອດເວລາໂດຍໃຊ້ປຶ້ມບັນຊີ ຫຼື ບັດ ເອທີເອັມ.

 – ບັນຊີເງິນຝາກມີກໍານົດ ແມ່ນເໝາະສົມກັບບຸກຄົນທີ່ມີລາຍຮັບຄົງ ແລະ ຈະໄດ້ຮັບອັດຕາດອກເບ້ຍທີ່ສູງຕາມໄລຍະເວລາທີ່ກໍານົດ.

 

ພິເສດສໍາລັບທ່ານ ແລະ ໜຶ່ງດຽວໃນປະເທດລາວທີ່ສາມາດເປີດບັນຊີເງິນຝາກແບບມີກໍານົດຜ່ານທາງທະນາຄານເທິງມືຖື ຫຼື ເອັມເຈສະບາຍໄດ້ ແລະ ທ່ານຍັງຈະໄດ້ຮັບອັດຕາດອກເບ້ຍທີ່ສູງເຖິງ 7.60%.

ປະເພດເງິນຝາກ ກີບ ໂດລາ ບາດ
ຝາກປະຢັດ
1.89%
1.35%
1.50%
ຝາກມີກໍານົດ (3 ເດືອນ)
3.16%
2.00%
1.50%
ຝາກມີກໍານົດ (6 ເດືອນ)
3.95%
3.00%
2.00%
ຝາກມີກໍານົດ (12 ເດືອນ)
5.60%
4.00%
2.50%
ຝາກມີກໍານົດ (24 ເດືອນ)
6.70%
5.00%
3.00%
ຝາກມີກໍານົດ (36 ເດືອນ)
6.75%
5.50%
N/A
ຝາກມີກໍານົດ (48 ເດືອນ)
6.85%
N/A
N/A
ຝາກມີກໍານົດ (60 ເດືອນ)
6.90%
N/A
N/A
ຝາກມີກໍານົດຮັບດອກເບ້ຍລາຍເດືອນ (12 ເດືອນ)
5.10%
3.75%
2.00%
ຝາກມີກໍານົດຮັບດອກເບ້ຍລາຍເດືອນ (24 ເດືອນ)
5.20%
4.00%
2.25%
ຝາກມີກໍານົດຮັບດອກເບ້ຍລາຍເດືອນ (36 ເດືອນ)
5.30%
4.50%
N/A
ເປີດບັນຊີເງິນຝາກແບບມີກໍານົດຜ່ານທາງແອັບ ເອັມເຈສະດວກ
Content
Content
Content

– ໄດ້ຮັບອັດຕາດອກເບ້ຍທີ່ສູງ

– ເປີດບັນຊີເລີ່ມຕົ້ນດ້ວຍຍອດເງິນທີ່ຕໍ່າ

– ໄດ້ຮັບຂໍ້ສະເໜີທີ່ເໝາະສົມກັບທ່ານ

 

• ຜູ້ເປີດບັນຊີຕ້ອງມີອາຍຸ 18 ປີ ຂຶ້ນໄປ

• ເອກະສານທີ່ຕ້ອງການປະກອບມີ:

                  o  ບັດປະຈໍາໂຕ ;  ຫຼື

                  o  ພາສປອສ

ທ່ານສາມາດເຂົ້າມາສໍາຜັດປະສົບການການບໍລິການທີ່ອົບອຸ່ນ ແລະ ເປັນກັນເອງ ໄດ້ທີ່ສາຂາຂອງພວກເຮົາ ຫຼື ເອັມເຈສະບາຍ ໃກ້ເຮືອນຂອງທ່ານ ຫຼື ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ສາຍດ່ວນເບີໂທ: +856 21 411 777 ຕະຫຼອດ 24/5, [email protected]. ສໍາລັບທີ່ຢູ່ຂອງພວກເຮົາທ່ານສາມາດກວດສອບໄດ້ໂດຍການກົດ ທີ່ນີ້

 

ທ່ານສາມາດເປີດບັນຊີເງິນຝາກປະຈໍາໄດ້ທີ່ແອັບເອັມເຈສະດວກ ພຽງແຕ່ທ່ານກົດເຂົ້າສູ່ລະບົບຂອງແອັບ ແລ້ວກົດເລືອກບັນຊີເງິນຝາກປະຈໍາທີ່ຢູ່ໃນແຖບຂອງເມນູ