ການບໍລິການສິນເຊື່ອຂອງ  MJBL SME ແມ່ນອອກແບບມາໃຫ້ຖືກຕາມຄວາມຕ້ອງການຂອງທຸລະກິດ ແລະ ກວມເອົາພາກສ່ວນອຸດສາຫະກໍາຫຼາຍຂະແໜງ. ພວກ​ເຮົາ​ສາມາດສະໜອງການ​ເງິນທຶນໃຫ້ກັບທຸລະກິດເພື່ອເປັນເງິນທຶນໜຸນວຽນ, ກະແສເງິນສົດ, ຊັບສິນທາງການເງິນ ​ແລະ ການຄໍ້າປະກັນ.

ສິນເຊື່ອໄລຍະຍາວ:

 

– ສາມາດຂໍເງິນທຶນໄດ້ສູງເຖິງ 70% ຂອງມູນຄ່າຊັບສິນ

– ສາມາດຜ່ອນຍາວສູງສຸດ 15 ປີ ຫຼື 180 ເດືອນ

– ເງື່ອນໄຂພິເສດຈາກ ທະນາຄານ ແຫ່ງ ສປປ ລາວ ແລະ ກົມສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະ ກາງ

 

ເງິນເບີກເກີນບັນຊີ:

– ສໍາລັບເງິນທຶນໄລຍະສັ້ນແມ່ນຈະມີເກນໃນການກວດຄືນຕາມຄວາມເໝາະສົມ

– ສໍາລັບເງິນທຶນທີ່ຂໍກູຢືມ 70% ຂອງມູນຄ່າຊັບສິນ ຈະຕ້ອງມີຫຼັກຊັບຄໍ້າປະກັນທີ່ເປັນຊັບສິນ

– ສໍາລັບເງິນທຶນທີ່ຂໍກູຢືມ 100% ຂອງມູນຄ່າຊັບສິນ ຈະຕ້ອງມີເງິນຝາກແບບມີກໍານົດເປັນສິ່ງຄໍ້າປະກັນ

 

ສິນເຊື່ອໝູນວຽນ:

– ສໍາລັບສິນເຊື່ອເງິນສົດໄລຍະສັ້ນແມ່ນຈະມີເກນໃນການກວດຄືນຕາມຄວາມເໝາະສົມ

– ສໍາລັບເງິນທຶນທີ່ຂໍກູຢືມ 70% ຂອງມູນຄ່າຊັບສິນ ຈະຕ້ອງມີຫຼັກຊັບຄໍ້າປະກັນທີ່ເປັນຊັບສິນ

 – ສໍາລັບເງິນທຶນທີ່ຂໍກູຢືມ 100% ຂອງມູນຄ່າຊັບສິນ ຈະຕ້ອງມີເງິນຝາກແບບມີກໍານົດເປັນສິ່ງຄໍ້າປະກັນ

 

ການຮັບປະກັນຂອງທະນາຄານ:

– ສາມາດຮັບປະກັນໄດ້ກໍຕໍ່ເມື່ອໂຄງການນັ້ນຜ່ານເງື່ອນໄຂຂອງທະນາຄານ

– ສໍາລັບເງິນທຶນທີ່ຂໍກູຢືມ 70% ຂອງມູນຄ່າຊັບສິນ ຈະຕ້ອງມີຫຼັກຊັບຄໍ້າປະກັນທີ່ເປັນຊັບສິນ

– ສໍາລັບເງິນທຶນທີ່ຂໍກູຢືມ 100% ຂອງມູນຄ່າຊັບສິນ ຈະຕ້ອງມີເງິນຝາກແບບມີກໍານົດເປັນສິ່ງຄໍ້າປະກັນ

 

ສິນເຊື່ອສໍາລັບ SME ທັງໝົດຂອງທະນາຄານທີ່ໄດ້ສະເໜີໃຫ້ແມ່ນຂຶ້ນກັບເງື່ອນໄຂຕໍ່ໄປນີ້:

– ສະໜອງສິນເຊື່ອທີ່ເປັນສະກຸນເງິນກີບ ແລະ ໂດລາເທົ່ານັ້ນ

– ຕ້ອງມີຄົນຄໍ້າປະກັນຮ່ວມກັນລະຫວ່າງຜູ້ບໍລິຫານ ແລະ ຄູ່ຮ່ວມທຸລະກິດ

– ມີອັດຕາດອກເບ້ຍທີ່ໜ້າສົນໃຈ

 

*ຂໍ້ກໍານົດ ແລະ ເງື່ອນໄຂເປັນໄປຕາມທີ່ທາງທະນາຄານກໍານົດ

** ຕ້ອງມີປະກັນໄພທີ່ຄອບຄຸມໄດ້ຕະຫຼອດໄລຍະເວລາກູ້ຢືມ ໃນກໍລະນີຄໍ້າປະກັນດ້ວຍຊັບສິນ

 

ທ່ານສາມາດເຂົ້າມາສໍາຜັດປະສົບການການບໍລິການທີ່ອົບອຸ່ນ ແລະ ເປັນກັນເອງ ໄດ້ທີ່ສາຂາຂອງພວກເຮົາ ຫຼື ເອັມເຈສະບາຍ ໃກ້ເຮືອນຂອງທ່ານ ຫຼື ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ສາຍດ່ວນເບີໂທ: +856 21 411 777 ຕະຫຼອດ 24/5, [email protected]. ສໍາລັບທີ່ຢູ່ຂອງພວກເຮົາທ່ານສາມາດກວດສອບໄດ້ໂດຍການກົດ ທີ່ນີ້