ປະຫວັດຄວາມເປັນມາຂອງທະນາຄານ

ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ ກຸມພາ ປີ 2013 ໂດຍຜູ້ບໍລິຫານຄົນປັດຈຸບັນ ທ່ານ Chang-Woo Han  ແລະ ເປັນທະນາຄານການຄ້າຂອງປະເທດຍີ່ປຸ່ນແຫ່ງທໍາອິດທີ່ຕັ້ງຢູ່ ສປປ ລາວ. ພວກເຮົາໄດ້ຮວບຮວມເອົາຄຸນນະພາບ, ການບໍລິການ, ນະວັດຕະກໍາ ແລະ ຄວາມເຊື່ອໃຈ ມາມອບໃຫ້ກັບທ່ານ. ກຸ່ມທະນາຄານຂອງພວກເຮົາມີການດໍາເນີນງານຢູ່ 3 ປະເທດຄື: ປະເທດລາວ, ປະເທດມຽນມາ ແລະ ປະເທດກໍາປູເຈຍ ເຊິ່ງເປັນປະສົບການທາງດ້ານການທະນາຄານໃນພາກພື້ນທີ່ບໍ່ເຄີຍມີມາກ່ອນ. ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສ້າງທະນາຄານໃຫ້ເປັນໃນຮູບແບບການປະສົມປະສານລະຫວ່າງຄວາມເປັນສາກົນ ແລະ ຄວາມເປັນທ້ອງຖິ່ນເຂົ້າກັນ ເພື່ອໃຫ້ເກີດເປັນການຮຽນຮູ້ທີ່ດີທີ່ສຸດ ພ້ອມທັງສາມາດເຂົ້າໃຈລູກຄ້າທຸກຄົນທີ່ຢູ່ໃນພື້ນທີ່ນັ້ນໆ ແລະ ທີ່ສໍາຄັນກໍແມ່ນການມຸ່ງເນັ້ນທາງທຸລະກິດ ແລະ ວິໄສທັດໄລຍະຍາວຢູ່ໃນປະເທດລາວເພື່ອເຮັດໃຫ້ການດໍາເນີນທຸລະກິດເປັນໄປໄດ້ດີ ແລະ ສາມາດເຂົ້າເຖິງໄດ້ທຸກກຸ່ມຄົນ.

 

ໃນປະເທດລາວ ທະນາຄານ ມາຣູຮານ ເຈແປນ ລາວ ຫຼັກໆຈະມີຢູ່ 4 ສາຂາ ແລະ ສາຂາທໍາອິດມີ່ດໍາເນີນທຸລະກໍາທາງດ້ານການເງິນໂດຍບໍ່ໃຊ້ເຈ້ຍແມ່ນຢູ່ທີ່ ເວິເທຣດເຊັນເຕີ ເຊິ່ງເປັນສາຂາທີ່ໃຫ້ບໍລິການແບບບໍ່ໃຊ້ເຈ້ຍ 100% ແລະ ເພື່ອເພີ່ມຄວາມສະດວກສະບາຍໃຫ້ກັບລູກຄ້າທາງທະນາຄານໄດ້ຂະຫຍາຍ ຕົວແທນທາງດ້ານການເງິນຂອງທະນາຄານ ຫຼື ເອັມເຈສະບາຍ ອອກໄປເຖິງ 154 ຕົວແທນ ໃນ 9 ແຂວງ ທົ່ວປະເທດລາວ ແລະ ຈະຂະຫຍາຍຕົວກວມເອົາທຸກແຂວງໃນ ສປປ ລາວ ໃນໄວໆນີ້.

 

ທະນາຄານ ມາຮູຣູຮານ ເຈແປນ ລາວ ແມ່ນທະນາຄານທີ່ໄດ້ຈັດຕັ້ງຂຶ້ນໃນລະດັບສາກົນທີ່ໃຫ້ບໍລິການຜະລິດຕະພັນທາງດ້ານການເງິນຢ່າງເຕັມຮູບແບບ ລວມມີ: ເງິນຝາກ, ສິນເຊື່ອຕ່າງໆ ແລະ ການທະນາຄານແບບ VIP. ນອກຈາກນັ້ນ, ທະນາຄານພວກເຮົາຍັງໄດ້ຮັບລາງວັນ ແອັບ MJ Saduak mobile banking & e-wallet ທີ່ດີທີ່ສຸດ, ການຊໍາລະຄ່າບໍລິການແບບອັດຕະໂນມັດໃນຮູບແບບ E-CASS, DOI ລະບົບການຊໍາລະເງິນພາຍໃນປະເທດ ແລະ ເປັນທະນາຄານແຫ່ງທໍາອິດທີ່ມີການດໍາເນີນທຸລະກໍາທາງດ້ານການເງິນແບບບໍ່ໃຊ້ເຈ້ຍ 100% .

 

ທະນາຄານ ມາຮູຮານ ເຈແປນ ລາວ, ພວກເຮົາເອງກໍມີຍຸດທະສາດທີ່ມຸ່ງເນັ້ນໄປທີ່ການດໍາເນີນທຸລະກິດໃຫ້ມີຄວາມຍືນຍົງ ແລະ ເນັ້ນການສ້າງຄວາມເຕີບໃຫຍ່ທາງດ້ານເສດຖະກິດທີ່ຍືນຍົງ ແລະ ສ້າງຜົນກໍາໄລ, ມີຄວາມຮັບຜິດຊອບຕໍ່ກັບສະພາບແວດລ້ອມ ແລະ ສັງຄົມ ພ້ອມທັງຊ່ວຍໃຫ້ລູກຄ້າເຂົ້າເຖິງການບໍລິການທາງດ້ານການເງິນໄດ້ງາຍຂຶ້ນ. ນອກຈາກນີ້, ພວກເຮົາຍັງເປັນທະນາຄານແຫ່ງທໍາອິດທີ່ໃຫ້ສິນເຊື່ອລົດໄຟຟ້າໃຫ້ກັບລູກຄ້າ.

 

ທະນາຄານ ມາຣູຮານ ເຈແປນ ລາວ ໄດ້ຖືກຍອມຮັບຈາກຫຼາຍອົງກອນພາຍໃນ ແລະ ຕ່າງປະເທດ ແລະ ນີ້ແມ່ນຜົນງານບາງສ່ວນທີ່ທາງທະນາຄານສາມາດຍາດມາໄດ້ໃນໄລຍະທີ່ຜ່ານມາ: ລາງວັນ “Best Mobile Banking App – MJ Saduak” ໂດຍ by International Finance Magazine, UK, ລາງວັນ “Best Bank for Customer Experience” ໂດຍ The Digital Banker, Singapore; ລາງວັນ “Best User Experience for Mobile Banking” ໂດຍ The Digital Banker, Singapore; ລາງວັນ  “Most Innovative Digital Bank” ໂດຍ Global Business Outlook, UK; ລາງວັນ “Most Innovative Transformation” ໂດຍ International Finance Magazine, UK; ລາງວັນ “Best Banking CEO” ໂດຍ International Finance Magazine, UK in 2020 ແລະ 2021; ລາງວັນ “Best Quality in Management Strategy” ໂດຍ ESQR, Switzerland; ລາງວັນ “Friend of Laos Award” ໂດຍ the ASEAN Business Awards; ລາງວັນ “Top Business Leader for COVID-19” ໂດຍສະພາການຄ້າ ແລະ ອຸດສາຫະກໍາ; ລາງວັນ “Best New Virtual Debit Card” ໂດຍ Global Economics, UK; ລາງວັນ “Fastest Growing Commercial Bank” ໂດຍ Global Economics, UK.

ຊື່ບໍລິສັດ MARUHAN Japan Bank Lao Co., LTD
ສໍານັກງານໃຫຍ່
ໜ່ວຍ 14, ຖະໜົນ 23 ສິງຫາ, ບ້ານ ໂພນໄຊ, ເມືອງ ໄຊເສດຖານ ນະຄອນຫຼວງວຽງຈັນ
ປີກໍ່ຕັ້ງ
2013
ສະມາຊິກສະພາຜູ້ບໍລິຫານ

Chang-Woo Han (ປະທານຜູ້ບໍລິຫານ)

 

Ken Han (ຜູ້ອໍານວຍການ)

 

Kim Vada (ຜູ້ອໍານວຍການ)

 

Tomoyuki Iwasa (ຜູ້ອໍານວຍການ)

 

Tsuoshi kinoshita (ຜູ້ອໍານວຍການ)

ທຶນຈົດທະບຽນ
431,54 ຕື້ກີບ (ທ້າຍເດືອນ ມີນາ 2022)
ຜູ້ຖືຮຸ້ນ
ບໍລິສັດ ມາຣູຮານ ຖືຮຸ້ນ 100%
ສາຂາ ແລະ ໜ່ວຍບໍລິການ
4 ໜ່ວຍບໍລິການ
ຕົວແທນທາງດ້ານການເງິນຂອງທະນາຄານ
154 ຕົວແທນທາງດ້ານການເງິນຂອງທະນາຄານ (ເດືອນ ກໍລະກົດ 2022)
ການດໍາເນີນທຸລະກິດ
ໄດ້ຮັບການອຸນຸຍາດໃຫ້ດໍາເນີນທຸລະກິດໂດຍ ທະນາຄານແຫ່ງ ສປປ ລາວ