ສິນເຊື່ອເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ

[cmsmasters_row data_padding_bottom=”50″ data_padding_top=”50″ data_color_overlay=”#ffffff” data_bg_color=”#ffffff” data_color=”default” data_bot_style=”default” data_top_style=”default” data_width=”boxed” data_shortcode_id=”gr3cugne8″][cmsmasters_column data_width=”1/1″ data_shortcode_id=”v61igm14h” data_animation_delay=”0″ data_border_style=”default” data_bg_size=”cover” data_bg_attachment=”scroll” data_bg_repeat=”no-repeat” data_bg_position=”top center”][cmsmasters_heading shortcode_id=”h1l8815d5″ type=”h2″ font_weight=”default” font_style=”default” text_align=”left” margin_top=”0″ margin_bottom=”20″ animation_delay=”0″]ສິນເຊື່ອເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ[/cmsmasters_heading][cmsmasters_text shortcode_id=”fyw1i8n4z5″ animation_delay=”0″]

ທະນາຄານມາຣູຮານເຈແປນລາວ, ໄດ້ຮັບອະນຸຍາດສ້າງຕັ້ງເປີດໂຕຂຶ້ນຢ່າງເປັນທາງການໃນປີ 2013 ເພື່ອສົ່ງເສີມຄວາມສຳພັນເລື້ອງການເງິນອັນແໜ້ນແຟ້ນລະຫວ່າງຍີປຸ່ນ ແລະ ປະເທດອາຊຽນ ແລະ ເປັນການສຸກຍູ້ສົ່ງເສີມເສດຖະກິດໃຫ້ຂະຫຍາຍຕົວໃນຂົງເຂດນີ້. ພວກເຮົາໄດ້ວາງມາດຕະຖານໃໝ່ ໃນການທະນາຄານທີ່ປະເທດລາວ ໂດຍນຳໃຊ້ການປະສົມປະສານຂອງນະວັດຕະກຳໃໝ່ ແລະ ປະສົບການຈາກຕ່າງປະເທດ ເພື່ອນຳເອົາມາດຕະຖານການບໍລິການໃນລະດັບທີ່ລ້ຳຍຸກແບບບໍ່ມີໃນທີ່ອື່ນມາໃຫ້ກັບລູກຄ້າຂອງພວກເຮົາ. ທະນາຄານມາຣູຮານເຈແປນລາວ ມີຜະລິດຕະພັນເງິນກູ້ເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງເຖິງ 3ປະເພດ ຄື:

ເງິນກູ້ໄລຍະສັ້ນ ແມ່ນການບໍລິການເງິນກູ້ທີ່ມີໄລຍະເວລາຊຳລະເງິນຄືນພາຍໃນບໍ່ເກີນ 1 ປິ, ຈຸດປະສົງຂອງເງິນກູ້ປະເພດນີ້ກໍ່ຄືສະໜັບສະໜຸນເງິນທືນ ໃນການຂະຫຍາຍສະພາບຄ່ອງທາງການເງິນ ເພື່ອຊື້ວັດຖຸດິບຕ່າງໆ, ອຸບປະກອນ, ຄ່າແຮງງານ ແລະ ເງິນທືນໝູນວຽນອື່ນໆ

ເງິນກູ້ໄລຍະກາງ ແມ່ນການບໍລິການດ້ານເງິນກູ້ທີ່ມີໄລຍະເລີ່ມແຕ່ 1 ປີ ຫາ 5 ປີ, ຈຸດປະສົງຂອງເງິນກູ້ປະເພດນີ້ກໍ່ຄືສະໜັບສະໜູນເງິນທືນໝູນວຽນ ແລະທືນຄົງທີ່ ເພື່ອເສີມສະພາບຄ່ອງທາງການເງິນໃຫ້ຫົວໜ່ວຍທຸລະກິດ ບໍ່ວ່າຈະເປັນທືນຊື້ວັດຖຸດິບ, ອຸປະກອນເຄື່ອງຈັກ, ຈ່າຍຄ່າແຮງງານ ແລະ ອື່ນໆ.

ເງິນກູ້ເບີກເກີນບັນຊີ ແມ່ນການບໍລິການເງິນກູ້ເບີກເກີນບັນຊີທີ່ທະນາຄານມາຣູຮານເຈແປນລາວຂອງພວກເຮົາສາມາດໃຫ້ການຊ່ວຍເຫຼືອໄລຍະສັ້ນແກ່ທຸລະກິດຂອງທ່ານໃນເວລາທີ່ມີຄວາມຫຍຸ້ງຍາກທາງດ້ານກະແສເງິນສົດ, ເມື່ອມີຄວາມຕ້ອງການເງິນທືນໝູນວຽນເພື່ອນຳໄປພັດທະນາທຸລະກິດຫຼືເພື່ອຊ່ວຍແກ້ໄຂໜີ້ທີ່ມີ.

[/cmsmasters_text][/cmsmasters_column][/cmsmasters_row][cmsmasters_row data_padding_bottom=”50″ data_padding_top=”0″ data_color_overlay=”#ffffff” data_bg_color=”#ffffff” data_color=”default” data_bot_style=”default” data_top_style=”default” data_width=”boxed” data_shortcode_id=”q29eufgo5a”][cmsmasters_column data_width=”1/1″ data_shortcode_id=”3uq15cio5r” data_animation_delay=”0″ data_border_style=”default” data_bg_size=”cover” data_bg_attachment=”scroll” data_bg_repeat=”no-repeat” data_bg_position=”top center”][cmsmasters_tabs shortcode_id=”z8nzn9csq” mode=”tab” active=”1″ animation_delay=”0″][cmsmasters_tab shortcode_id=”7beqrzdfvx” title=”ເງິນກູ້ໄລຍະສັ້ນ”]

ຄຸນລັກສະນະການບໍລິການເງິນກູ້ທີ່ມີໄລຍະເວລາຊຳລະເງິນຄືນພາຍໃນບໍ່ເກີນ 1 ປິ, ຈຸດປະສົງຂອງເງິນກູ້ປະເພດນີ້ກໍ່ຄືສະໜັບສະໜຸນເງິນທຶນ ໃນການຂະຫຍາຍສະພາບຄ່ອງທາງການເງິນ ເພື່ອຊື້ວັດຖຸດິບຕ່າງໆ, ອຸບປະກອນ, ຄ່າແຮງງານ ແລະ ເງິນທຶນໝູນວຽນອື່ນໆ.
ຜົນປະໂຫຍດທີ່ໄດ້ຮັບ
  • ຊ່ວຍເສີມຂະຫຍາຍສະພາບຄ່ອງດ້ານການເງິນໃຫ້ກັບທຸລະກິດຢ່າງຕໍ່ເນື່ຶອງ.
  • ຕອບສະໜອງຢ່າງວ່ອງໄວຕາມຄວາມຕ້ອງການຊຳລະຂອງທ່ານ.
  • ອັນຕາດອກເບ້ຍທີ່ຕໍ່າກວ່າ.
  • ສາມາດແບ່ງເປັນງວດຊຳລະຕາມກະແສເງິນລາຍຮັບຂອງທ່ານ.
ປະເພດເງິນກູ້ເງິນກູ້ມີກຳນົດ ແລະ ເງິນກູ້ເບີກເກີນບັນຊີ.
ສະກຸນເງິນທີ່ປ່ອຍກູ້ກີບ, ໂດລາ, ບາດ (ຂຶ້ນກັບສະກຸນເງິນທີ່ເປັນລາຍຮັບຂອງຜູ້ກູ້ຢືມ)
ວົງເງິນກູ້ຢືມວົງເງິນກູ້ຢືມແມ່ນຂຶ້ນກັບຄວາມຕ້ອງການຕົວຈິງຈາກຄວາມສາມາດໃນການສ້າງກຳໄລຂອງທຸລະກິດ ແລະ ມູນຄ່າຫຼັກສັບຄ້ຳປະກັນຈາກການພິຈາລະນາຂອງທະນາຄານ.
ອັດຕາດອກເບັ້ຍຈະຕັດສິນຈາກການປະເມີນຂອງທະນະຄານ.
ເງື່ອນໄຂຂອງຜູ້ກູ້ຢືມ
  • ມີການຈັດການ ແລະ ດຳເນີນທຸລະກິດທີ່ດີ.
  • ມີຄວາມຮູ້ ແລະ ທັກສະ ໃນການຕັດສິນໃຈດ້ານທຸລະກິດ.
  • ຕ້ອງເປັນທຸລະກິດທີ່ສ້າງຕັ້ງມາແລ້ວຢ່າງຕ່ຳ 2ປີ.
  • ປະຫວັດການຊຳລະຄືນທີ່ດີ (ຖ້າຫາກມີ).
  • ມີແຫຼ່ງລາຍຮັບທີ່ໝັ້ນຄົງແນ່ນອນ ແລະ ແຫຼ່ງລາຍຮັບຕ້ອງຈ່າຍຜ່ານທະນະຄານ ຫຼືໃບບິນຮັບເງິນທັງໝົດທີມີຢູ່.
  • ເປັນບຸກຄົນ ຫຼື ນິຕິບຸກຄົນທີ່ເຊື່ອຖືໄດ້ ແລະ ດຳລົງຊີວິດຢູ່ ສປປ ລາວ.
  • ມີຫຼັກສັບຄ້ຳປະກັນທີເໝາະສົມ.
ເອກະສານປະກອບເບື້ອງຕົ້ນໃບຄຳຮ້ອງສະມັກກູ້ຢືມເງິນ ແລະ ລາຍລະອຽດເອກະສານທີຈຳເປັນຕ່າງໆ ແມ່ນສາມາດມາສອບຖາມໄດ້ທີ່ ທະນາຄານມາຣູຮານເຈແປນ​ລາວ.

[/cmsmasters_tab][cmsmasters_tab shortcode_id=”ffgnbejv2i” title=”ເງິນກູ້ໄລຍະກາງ”]

ຄຸນລັກສະນະການ​ບໍລິການດ້ານເງິນກູ້​ທີ່ມີ​ໄລຍະເລີ່ມແຕ່ 1 ປີ ຫາ 5 ປີ, ​ຈຸດປະສົງຂອງເງິນກູ້ປະ​ເພດ​ນີ້​ກໍ່ຄື​ສະໜັບສະໜູນ​ເງິນ​ທຶນໝູນວຽນ ແລະທຶນຄົງທີ່ ເພື່ອເສີມສະພາບຄ່ອງທາງການເງິນໃຫ້ຫົວໜ່ວຍທຸລະກິດ ບໍໍ່ວ່າຈະເປັນທຶນຊື້ວັດຖຸດິບ, ອຸປະກອນ - ເຄື່ອງຈັກ, ຈ່າຍຄ່າແຮງງານ ແລະ ອື່ນໆ.
ຜົນປະໂຫຍດທີ່ໄດ້ຮັບ
  • ຊ່ວຍເສີມສະພາບຄ່ອງດ້ານການເງິນໃຫ້ກັບການດຳເນີນທຸລະກິດ.
  • ຂະຫຍາຍທຶນເພີ່ມຂຶ້ນ ພ້ອມທັງ ຮັບມືກັບການແຂ່ງຂັນ.
  • ສາມາດສ້າງກຳໄລຂຶ້ນໄດ້ ຈາກການຂະຫຍາຍການລົງທຶນ.
  • ອັນຕາດອກເບ້ຍທີ່ຕໍ່າກວ່າ.
  • ສາມາດ​ແບ່ງ​ງວດ​ຊຳລະ​ຕາມ​ກະ​ແສ​ເງິນ​ລາຍ​ຮັບ​ຂອງຜູ້ກູ້ຢືມ.
ປະເພດເງິນກູ້ສິນເຊື່ອມີກຳນົດ
ສະກຸນເງິນທີ່ປ່ອຍກູ້ກີບ, ໂດລາ, ບາດ (ຂຶ້ນກັບສະກຸນເງິນທີ່ເປັນລາຍຮັບຂອງຜູ້ກູ້ຢືມ)
ວົງເງິນກູ້ຢືມ
  • ວົງເງິນກູ້ຢືມແມ່ນຂຶ້ນກັບຄວາມຕ້ອງການຕົວຈິງຈາກຄວາມສາມາດໃນການສ້າງກຳໄລຂອງທຸລະກິດ ແລະ ມູນຄ່າຫຼັກສັບຄ້ຳປະກັນຈາກການພິຈາລະນາຂອງທະນາຄານ.
  • ກຳນົດເວລາສິນເຊື່ອ 1 ຫາ 5 ປີ.
ອັດຕາດອກເບັ້ຍຈະຕັດສິນຈາກການປະເມີນຂອງທະນະຄານ.
ເງື່ອນໄຂຂອງຜູ້ກູ້ຢືມ
  • ມີການຈັດການ ແລະ ດຳເນີນທຸລະກິດທີ່ດີ.
  • ມີຄວາມຮູ້ ແລະ ທັກສະ ໃນການຕັດສິນໃຈດ້ານທຸລະກິດ.
  • ຕ້ອງເປັນທຸລະກິດທີ່ສ້າງຕັ້ງມາແລ້ວຢ່າງຕ່ຳ 2ປີ.
  • ປະຫວັດການຊຳລະຄືນທີ່ດີ (ຖ້າຫາກມີ)
  • ມີແຫຼ່ງລາຍຮັບທີ່ໝັ້ນຄົງແນ່ນອນ ແລະ ແຫຼ່ງລາຍຮັບຕ້ອງຈ່າຍຜ່ານທະນະຄານ ຫຼື ໃບບິນຮັບເງິນທັງໝົດທີມີຢູ່.
  • ເປັນບຸກຄົນ ຫຼື ນິຕິບຸກຄົນທີ່ເຊື່ອຖືໄດ້ ແລະ ດຳລົງຊີວິດຢູ່ ສປປ ລາວ.
  • ມີຫຼັກສັບຄ້ຳປະກັນທີເໝາະສົມ.
ເອກະສານປະກອບເບື້ອງຕົ້ນໃບຄຳຮ້ອງສະມັກກູ້ຢືມເງິນ ແລະ ລາຍລະອຽດເອກະສານທີຈຳເປັນຕ່າງໆ ແມ່ນສາມາດມາສອບຖາມໄດ້ທີ່ ທະນາຄານມາຣູຮານເຈແປນ​ລາວ.

[/cmsmasters_tab][cmsmasters_tab shortcode_id=”6tyskyw3b” title=”ເງິນກູ້ເບີກເກີນບັນຊີ”]

ຄຸນລັກສະນະການບໍລິການເງິນກູ້ເບີກເກີນບັນຊີທີ່ທະນາຄານມາຣູຮານເຈແປນລາວຂອງພວກເຮົາສາມາດໃຫ້ການຊ່ວຍເຫຼືອໄລຍະສັ້ນແກ່ທຸລະກິດຂອງທ່ານໃນເວລາທີ່ມີຄວາມຫຍຸ້ງຍາກທາງດ້ານກະແສເງິນສົດ, ເມື່ອມີຄວາມຕ້ອງການເງິນທຶນໝູນວຽນເພື່ອນຳໄປພັດທະນາທຸລະກິດຫຼືເພື່ອຊ່ວຍແກ້ໄຂໜີ້ທີ່ມີ.
  • ອັດຕາດອກເບ້ຍຖືກຄິດໄລ່ຕາມຈຳນວນເງິນທີ່ຖອນເກີນໃນທ້າຍຂອງແຕ່ລະມື້ແລະຖືກລົງໃນບັນຊີຂອງແຕ່ລະທ້າຍເດືອນ.
  • ຈົນເຖິງກຳນົດການຊຳລະຄືນ 12 ເດືອນ, ສາມາດຕໍ່ເວລາອີກເປັນລາຍປີ.ການຕໍ່ອາຍຸແມ່ນສາມາດຕັດສິນດ້ວຍຕົນເອງ ແລະອິງຕາມການພິຈາລະນາຄືນເງິນທີ່ມີໃນບັນຊີປະຈຳປີແລະການຕີລາຄາທີ່ດຳເນີນການໂດຍທະນາຄານມາຣູຮານເຈແປນລາວ.
ຜົນປະໂຫຍດທີ່ໄດ້ຮັບ
  • ມີຊັບພະຍາກອນທີ່ເໝາະສົມທີ່ສຸດສຳລັບການໃຫ້ເງິນທຶນແກ່ທຸລະກິດໃນໄລຍະສັ້ນ.
  • ຈ່າຍດອກເບ້ຍສະເພາະແຕ່ຈຳນວນທີ່ຖອນອອກມາ.
  • ກະທັດຮັດແລະງ່າຍດາຍທີ່ໃນການຍື່ນຄຳຮ້ອງຂໍກູ້ຢືມແລະ ມີພະນັກງານດ້ານສິນເຊື່ອທີ່ໄດ້ຜ່ານການອົບຮົມສະເພາະ ທີ່ຈະຄ່ອຍຊ່ວຍເຫຼືອ ແລະແນະນຳທ່ານຕະຫຼອດທຸກຂັ້ນຕອນຂອງການຍື່ນຄຳຮ້ອງແລະ ອື່ນໆ.
  • ມີຄວາມວ່ອວໄວ ແລະສະດວກສະບາຍສູງສຸດ, ພະນັກງານສິນເຊື່ອຂອງພວກເຮົາສາມາດໄປຫາທ່ານຢູ່ທີ່ບ້ານຫຼືທີ່ຫ້ອງການຂອງທ່ານເພື່ອປຶກສາຫາລືກ່ຽວກັບຄວາມຕ້ອງການທາງດ້ານການເງິນແລະການທະນາຄານຂອງທ່ານ.
ປະເພດເງິນກູ້ເງິນກູ້ເບີກເກີນບັນຊີ
ສະກຸນເງິນທີ່ປ່ອຍກູ້ກີບ, ໂດລາ, ບາດ (ຂຶ້ນກັບສະກຸນເງິນທີ່ເປັນລາຍຮັບຂອງຜູ້ກູ້ຢືມ)
ວົງເງິນກູ້ຢືມ
  • ຂຶ້ນຢູ່ກັບການພິຈາລະຈາກທະນາຄານ.
  • ບໍ່ໄດ້ຈຳກັດວົງເງິນຈະສູງ ຫຼື ຕ່ຳ, ຈຳນວນຂອງວົງເງິນກູ້ຢືມແມ່ນຂຶ້ນກັບຄວາມຕ້ອງການຂອງລູກຄ້າ ແລະ ຄວາມສາມາດໃນການຊຳລະຄືນ.
  • ໄລຍະເວລາກູ້ຢືມ: ຈະພິຈາລະນາເປັນປີຕໍ່ປີ.
ອັດຕາດອກເບັ້ຍຈະຕັດສິນຈາກການປະເມີນຂອງທະນະຄານ.
ເງື່ອນໄຂຂອງຜູ້ກູ້ຢືມ
  • ມີການຈັດການ ແລະ ດຳເນີນທຸລະກິດທີ່ດີ.
  • ມີຄວາມຮູ້ ແລະ ທັກສະ ໃນການຕັດສິນໃຈດ້ານທຸລະກິດ.
  • ຕ້ອງເປັນທຸລະກິດທີ່ສ້າງຕັ້ງມາແລ້ວຢ່າງຕ່ຳ 2ປີ.
  • ປະຫວັດການຊຳລະຄືນທີ່ດີ (ຖ້າຫາກມີ)
  • ມີແຫຼ່ງລາຍຮັບທີ່ໝັ້ນຄົງແນ່ນອນ ແລະ ແຫຼ່ງລາຍຮັບຕ້ອງຈ່າຍຜ່ານທະນະຄານ ຫຼື ໃບບິນຮັບເງິນທັງໝົດທີມີຢູ່.
  • ເປັນບຸກຄົນ ຫຼື ນິຕິບຸກຄົນທີ່ເຊື່ອຖືໄດ້ ແລະ ດຳລົງຊີວິດຢູ່ ສປປ ລາວ.
  • ມີຫຼັກສັບຄ້ຳປະກັນທີເໝາະສົມ.
ເອກະສານປະກອບເບື້ອງຕົ້ນໃບຄຳຮ້ອງສະມັກກູ້ຢືມເງິນ ແລະ ລາຍລະອຽດເອກະສານທີຈຳເປັນຕ່າງໆ ແມ່ນສາມາດມາສອບຖາມໄດ້ທີ່ ທະນາຄານມາຣູຮານເຈແປນ​ລາວ.

[/cmsmasters_tab][/cmsmasters_tabs][/cmsmasters_column][/cmsmasters_row]