ພວກເຮົາຢູ່ໃກ້ໆທ່ານ

0
ໜ່ວຍບໍລິການ
0
ຕົວແທນທາງດ້ານການເງິນຂອງທະນາຄານ
0
ຕູ້ ATM ໃນເຄືອຂ່າຍ LapNET ທົ່ວປະເທດ
> 0
ຮ້ານຄ້າທີ່ສາມາດໃຊ້ QR

ບໍລິການ 24/7

ພວກເຮົາມີບໍລິການແຊັດບອທນາງນ້ອຍທີ່ຄອຍໃຫ້ບໍລິການທ່ານຕະຫຼອດ 24 ຊົ່ວໂມງ ໃນແອັບພິເຄຊັ່ນທະນາຄານເທິງມືຖື ເອັມເຈສະດວກ

MJBL VDMC

ຍິນດີຕ້ອນຮັບທ່ານເຂົ້າສູ່ໂລກບັດສະເໝືອນຈິງມາສເຕີກາດຂອງ MJBL ພຽງແຕ່ທ່ານເປີດບັນຊີມື້ນີ້ກໍສາມາດເລີ່ມຕົ້ນຊື້ເຄື່ອງອອນລາຍໄດ້ທຸກປະເພດທີ່ທ່ານຕ້ອງການ ແລະ ບໍ່ມີຄ່າທໍານຽມ!!!

ບັນຊີເງິນຝາກ & ສິນເຊື່ອ

ພຽງແຕ່ເປີດບັນຊີເງິນຝາກກັບພວກເຮົາ ກໍໄດ້ຮັບອັດຕາດອກເບ້ຍສູງເຖິງ 7.60% ຕໍ່ປີ

ທ່ານພ້ອມທີ່ຈະຝາກເງິນກັບພວກເຮົາແລ້ວບໍ່?

ເລີ່ມຕົ້ນກຽມພ້ອມອະນາຄົດຂອງທ່ານດ້ວຍບັນຊີເງິນຝາກປະຢັດ ແລະ ເງິນຝາກປະຈໍາ. ຜະລິດຕະພັນ ແລະ ການບໍລິການຂອງ MJBL ຈະຊ່ວຍໃຫ້ທ່ານບໍລິຫານຈັດການ ແລະ ເຂົ້າເຖິງເງິນຂອງທ່ານໄດ້ຢ່າງງ່າຍດາຍ. ໃນຕອນນີ້ທ່ານສາມາດເປີດບັນຊີເງິນຝາກໄດ້ 3 ປະເພດສະກຸນເງິນ (ກີບ, ໂດລາ ແລະ ບາດ)

ຂ່າວສານ ແລະ ກິດຈະກໍາ

ຄົ້ນຫາຂ່າວ ແລະ ກິດຈະກໍາລ່າສຸດຂອງ MJBL
MJBL ໄດ້ຮັບລາງວັນ ASEAN Business Awards Laos 2021

MJBL ໄດ້ຮັບລາງວັນ ASEAN Business Awards Laos 2021

  ໃນຕອນຄໍ່າຂອງວັນທີ 4 ກຸມພາ 2022, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍຈາກ ໂຄງການຝຶກອົບຮົມວິຊາຊີບພາກພື້ນ (RECOTVET) ແລະ ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA) ຂອງ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021” (ASEAN Business Awards Laos and Skill Development) ທີ່ ໂຮງແຮມ ຄຣາວພາຊາ ແລະ ທະນາຄານ ມາຣູຮານ ເຈແປນລາວ ກໍໄດ້ຮັບລາງວັນ ASEAN Business Awards Laos 2021 (ລາງວັນປະເພດພິເສດ – ລາງວັນເພື່ອນມິດ  ສປປ ລາວ ດີເດັ່ນ) ເຊິ່ງມອບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີຂອງ…

ອ່ານຕໍ່
MJ Sabai ກັບການຂະຫຍາຍຕົວໄປຫຼາຍກວ່າ 13 ແຂວງໃນ ສປປ ລາວ

MJ Sabai ກັບການຂະຫຍາຍຕົວໄປຫຼາຍກວ່າ 13 ແຂວງໃນ ສປປ ລາວ

ຕົວແທນທາງການເງິນຂອງທະນາຄານ ແມ່ນຍຸດທະສາດທີ່ລວມເອົາການບໍລິການທາງດ້ານການເງິນຂອງທະນາຄານ ມາຣູຮານ ເຈແປນລາວ ໂດຍມີເປົ້າໝາຍການຂະຫຍາຍຕົວຢູ່ທີ່ 90% ຂອງການເຮັດທຸລະກໍາທາງການເງິນທີ່ບໍ່ຕ້ອງຜ່ານໜ່ວຍບໍລິການ.   ຕົວແທນທາງການເງິນຂອງທະນາຄານແມ່ນໄດ້ມີການນໍາສະເໜີໂດຍອີງຕາມແນວຄວາມຄິດຂອງທະນາຄານແບບດິຈິຕອນ ໂດຍນໍາເອົາແພທຟອມທາງດິຈິຕອນມາລວມເຂົ້າກັນກັບລະບົບ ເຮັດໃຫ້ການເຮັດທຸລະກໍາໄດ້ໄວຂຶ້ນ, ບໍ່ມີການນໍາໃຊ້ເຈ້ຍ ແຕ່ຈະໃຊ້ອຸປະກອນທາງອີເລັກໂທນິກແທນ   ໃນປັດຈຸບັນນີ້, MJBL ໄດ້ເປີດໂຕຕົວແທນທາງການເງິນຂອງທະນາຄານເປັນຈໍານວນຫຼາຍກວ່າ 110 ຕົວແທນ ໃນ 14 ແຂວງທົ່ວປະເທດ. ລູກຄ້າສາມາດເຂົ້າໃຊ້ບໍລິການທາງດ້ານການເງິນໄດ້ຫຼາຍຢ່າງເຊັ່ນ: ການເປີດບັນຊີ, ການຖອນເງິນສົດ, ການໂອນເງິນ, ຈ່າຍຄ່າໃບບິນ ແລະ ສະໝັກສິນເຊື່ອຕ່າງໆ. 

ອ່ານຕໍ່
ສະແກນ ເຕີມເງິນ ແລະ ແລກຂອງລາງວັນ ກັບ MJ Rewards

ສະແກນ ເຕີມເງິນ ແລະ ແລກຂອງລາງວັນ ກັບ MJ Rewards

ທຸກໆການຈ່າຍເງິນຂອງທ່ານສາມາດສະສົມຄະແນນໄດ້!! ພຽງແຕ່ທ່ານ ສະແກນຈ່າຍຄ່່າສິນຄ້າ, ອາຫານ ຫຼື ເຄື່ອງດື່ມ ຜ່ານທາງແອັບ ເອັມເຈສະດວກ ກໍສາມາດສະສົມຄະແນນ ແລະ ແລກຂອງລາງວັນໄດ້. ລາງວັນມີຫຼາກຫຼາຍຢ່າງເຊັ່ນ: ຫູຟັງໄຮ້ສາຍ, ເຄື່ອງຟອກອາກາດ ແລະ ຂອງລາງວັນອື່ນໆອີກຢ່າງຫຼວງຫຼາຍ. ລົງທະບຽນເຂົ້ານໍາໃຊ້ແອັບຄັ້ງທໍາອິດ ຮັບຄະແນນ 250 ຄະແນນໄປເລີຍທັນທີ!

ອ່ານຕໍ່
MJBL ກອງທຶນສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ

MJBL ກອງທຶນສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ

ໃນວັນທີ 21 ມິຖຸນາ 2022, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາການສະໜອງທຶນລະຫວ່າງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP) ແລະ ສະຖາບັນການເງິນ ເພື່ອສະໜອງເງິນກູ້ໃຫ້ແກ່ MSMEs. ທະນາຄານ ມາຣູຮານ ເຈແປນ ລາວ ທະນາຄານ ແລະ ທະນາຄານການຄ້າອີກ 2 ແຫ່ງ ທີ່ໄດ້ຮັບທຶນເພີ່ມຂຶ້ນ 97 ຕື້ກີບ.  

ອ່ານຕໍ່

ຄວາມສໍາເລັດ

ພວກເຮົາຍິນດີທີ່ຈະແບ່ງປັນເລື່ອງລາວຄວາມສໍາເລັດໃຫ້ກັບຄູ່ຮ່ວມທຸລະກິດຂອງພວກເຮົາ

ຂາຍດິນ ແລະ ເຮືອນ