ສິນເຊື່ອເພື່ອຊື້ລົດ
ທະນາຄານມາຣູຮັນເຈແປນລາວ ມີຜະລິຕະພັນເງິນກູ້ເພື່ອຊື້ລົດທີ່ແຕກຕ່າງ ແລະ ສະດວກສະບາຍໃນອັດຕາດອກເບ້ຍທີ່ຕໍ່າ. ຂັ້ນຕອນອະນຸມັດຂອງພວກເຮົາງ່າຍແລະໄວຫລາຍເຊິ່ງໄວສຸດແມ່ນພຽງແຕ່ 1ວັນ. ນອກນັ້ນທະນາຄານຂອງພວກເຮົາຍັງມີຕົວເລືອກປະເພດດອກເບ້ຍເຖິງສອງປະເພດສໍາລັບລົດທີ່ເປັນຢີ່ຫໍ້ຢີ່ປຸ່ນ ແລະ ຍີ່ຫໍ້ອື່ນໆນໍາອີກດ້ວຍ. ທະນາຄານມາຣູຮັນເຈແປນລາວ ຂອງພວກເຮົາອອກເງິນກູ້ຊື້ລົດເປັນເງິນກີບເທົ່ານັ້ນ ແລະ ທ່ານຈະສະດວກໃນການຊໍາລະຄືນໃນແຕ່ລະເດືອນ ພ້ອມກັບບໍ່ຕ້ອງເປັນຫ່ວງເລື່ອງຂອງອັດຕາແລກປຽນທີ່ມີການປ່ຽນແປງ. ທ່ານສາມາດສຶກສາລາຍລະອຽດ ແລະ ອັດຕາດອກເບ້ຍແຕ່ລະປະເພດໄດ້ລຸ່ມນີ້:
ປະເພດດອກເບ້ຍ | ດອກເບ້ຍຄົງທີ່ | ດອກເບ້ຍຫຼຸດຕົ້ນ |
---|---|---|
ອັດຕາດອກເບ້ຍປົກກະຕິ |
|
|
ອັດຕາດອກເບ້ຍພິເສດ |
|
|
ສະກຸນເງິນ | ຜ່ອນເປັນສະກຸນເງິນກີບ ຊໍາລະເປັນເງິນກີບ |
ຂັ້ນຕໍ່າຂອງຈໍານວນເງິນຈ່າຍ ກ່ອນລ່ວງຫນ້າ | 20% |
ອັດຕາດອກເບ້ຍພິເສດ | ຈໍານວນເງິນຈ່າຍກ່ອນລ່ວງຫນ້າຕ້ອງຢ່າງຕໍ່າ 20-39% ສໍາລັບອັດຕາດອກເບ້ຍພິເສດນີ້ ລູກຄ້າຈະໄດ້ຮັບສິດ ກໍ່ຕໍ່ເມື່ອລູກຄ້າ ຕ້ອງເອົາເງິນມາຝາກນໍາ ທະນາຄານມາຣູຮັກເຈແປນລາວ ແລະ ຮັກສາຈໍານວນເງິນໄວ້ໃນບັນຊີເງິນຝາກຕໍ່າສຸດບໍ່ໃຫ້ຫຼຸດຈໍານວນງວດຊໍາລະ 1 ເດືອນ ຈົນກວ່າຈະສິ້ນສຸດສັນຍາເງິນກູ້. ໃນກໍລະນີ ຜູ້ກູ້ຫາກຄ້າງຊໍາລະຊ້າເຖິງ 59ວັນ ຈໍານວນເງິນດັ່ງກ່າວຈະຖືກຫັກເພື່ອຊໍາລະງວດຄ້າງຊໍາລະໃຫ້ແກ່ລູກຄ້າ 1 ງວດ ແລະ ໃນເວລາດຽວກັນ ດອກເບ້ຍພິເສດທີ່ທະນາຄານມອບໃຫ້ ຈະໄດ້ກາຍເປັນໂມຄະ ແລະ ກັບມາເປັນດອກເບ້ຍປົກກະຕິຈາກ 0.54% ຕໍ່ເດືອນ ໄປເປັນ 0.63% ຕໍ່ເດືອນ ຕະຫລອດໄປຈົນໝົດສັນຍາ
|
ປະເພດດອກເບ້ຍ |
|
ການຈ່າຍກ່ອນລ່ວງໜ້າ (Down Payment) |
|
ວົງເງິນອະນຸມັດ ແລະອັດຕາສ່ວນ ວົງເງິນກູ້ຕໍ່ຫຼັກຊັບ |
|
ໄລຍະການກູ້ຢືມ | ສູງສຸດ 6ປີ ຫລື 72ເດືອນ |
ປະກັນໄພລົດ |
|
ຄ່າປະເມີນຫຼັກຊັບ | ຖ້າເປັນອະສັງຫາລິມະຊັບແມ່ນຕໍ່ສຸດ 1% ສູງສຸດ 3% ຂອງວົງເງິນອະນຸມັດ ແລະ ຖ້າລູກຄ້າເປັນຜູ້ຮັບຜິດຊອບເອງ |
ສະກຸນເງິນ | ຜ່ອນເປັນເງິນກີບ ຊໍາລະເປັນເງິນກີບ |
ຈໍານວນເງິນຈ່າຍກ່ອນລ່ວງຫນ້າ | 30%-39% |
ອັດຕາດອກເບ້ຍພິເສດ | ຈ່າຍລ່ວງຫນ້າຢ່າງຕໍ່າ 40% ສໍາລັບອັດຕາດອກເບ້ຍພິເສດນີ້ ລູກຄ້າຈະໄດ້ຮັບສິດ ກໍ່ຕໍ່ເມື່ອລູກຄ້າ ຕ້ອງເອົາເງິນມາຝາກນໍາ ທະນາຄານມາຣູຮັກເຈແປນລາວ ແລະ ຮັກສາຈໍານວນເງິນໄວ້ໃນບັນຊີເງິນຝາກຕໍ່າສຸດບໍ່ໃຫ້ຫຼຸດຈໍານວນງວດຊໍາລະ 1 ເດືອນ ຈົນກວ່າຈະສິ້ນສຸດສັນຍາເງິນກູ້. ໃນກໍລະນີ ຜູ້ກູ້ຫາກຄ້າງຊໍາລະຊ້າເຖິງ 59ວັນ ຈໍານວນເງິນດັ່ງກ່າວຈະຖືກຫັກເພື່ອຊໍາລະງວດຄ້າງຊໍາລະໃຫ້ແກ່ລູກຄ້າ 1 ງວດ ແລະ ໃນເວລາດຽວກັນ ດອກເບ້ຍພິເສດທີ່ທະນາຄານມອບໃຫ້ ຈະໄດ້ກາຍເປັນໂມຄະ ແລະ ກັບມາເປັນດອກເບ້ຍປົກກະຕິຈາກ 0.54% ຕໍ່ເດືອນ ໄປເປັນ 0.63% ຕໍ່ເດືອນ ຕະຫລອດໄປຈົນໝົດສັນຍາ
|
ປະເພດດອກເບ້ຍ |
|
ວົງເງິນອະນຸມັດ ແລະອັດຕາສ່ວນ ວົງເງິນກູ້ຕໍ່ຫຼັກຊັບ |
|
ໄລຍະກູ້ຢືມ | ສູງສຸດ 6ປີ ຫຼື 72ເດືອນ |
ປະກັນໄພ |
|
ຄ່າປະເມີນຫຼັກຊັບ | ຖ້າເປັນອະສັງຫາລິມະຊັບແມ່ນຕໍ່ສຸດ 1% ສູງສຸດ 3% ຂອງວົງເງິນອະນຸມັດ ແລະ ຖ້າລູກຄ້າເປັນຜູ້ຮັບຜິດຊອບເອງ |
ຜູ້ຄໍ້າປະກັນ | ຈໍາເປັນຕ້ອງມີ: ເອກະສານທີ່ຕ້ອງການຈາກຜູ້ກູ້ຮ່ວມ ຫຼື ຜູ້ຄໍ້າປະກັນ: ສໍາເນົາບັດປະຈໍາຕົວ ຫຼື ບັດຜ່ານແດນ, ປຶ້ມສໍາມະໂນຄົວ, ໃບຢັ້ງຢືນທີ່ຢູ່. |