ຍ້ອນວ່າ ສປປ ລາວ ມີສ່ວນສະໜັບສະໜູນ ໃນການພັດທະນາຕະຫຼາດທາງດ້ານການເງິນອາຊຽນ, ທະນາຄານມາຣູຮານເຈແປນລາວ ຕ້ອງການວິຊາການມືອາຊີບທີ່ມີປະສົບການທາງດ້ານການທະນາຄານເພື່ອ ປະຕິບັດພາລະບົດບາດຫຼັກໃນຫ້ອງການຂອງພວກເຮົາທີ່ວຽງຈັນ ສປປ ລາວ.
ເປັນຫຍັງທ່ານຈື່ງບໍ່ມາເປັນສວ່ນໜື່ງຂອງທີມງານທີ່ຫ້າວຫັນແລະ ມີປະສົບການຊື່ງມີເປົ້າໝາຍເພື່ອການສົ່ງເສີມຊື່ສຽງຂອງມາຣູຮານ ຮ່ວມກັນ? ພະນັກງານຂອງທະນາຄານມາຣູຮານເຈແປນລາວ ມີທັງຄົນຕ່າງປະເທດ ແລະ ຄົນລາວເຮັດວຽກຮ່ວມກັນເພື່ອໃຫ້ຄຳແນະນຳວິທີການທີ່ປັບປ່ຽນ, ໃຫ້ຄວາມຮູ້ ແລະ ເປັນປະໂຫຍດຕະຫຼອດເວລາແກ່ລູກຄ້າ. ພວກເຮົາຫວັງຢາກໃຫ້ພະນັກງານຂອງພວກເຮົາມີຄວາມປາດຖະໜາອັນແຮງ ກ້າ, ເຮັດວຽກຫຼາຍຂື້ນ ແລະ ເຮັດໃຫ້ຜົນງານອອກມາດີທີ່ສຸດ. ເພື່ອເປັນການຕອບແທນ, ພວກເຮົາໃຫ້ຄ່າຕອບແທນທີ່ຄຸມຄ່າ, ການຝືກອົບຮົມ ແລະ ເງື່ອນໄຂການເຮັດວຽກທີ່ດີ.
ຖ້າທ່ານສົນໃຈເຂົ້າມາຮ່ວມທິມງານກັບພວກເຮົາ, ກະລຸນາສົ່ງໃບຄຳຮ້ອງສະໝັກງານ, ປະຫວັດການເຮັດວຽກທີ່ບັນລະຍາຍໂດຍຫຍໍ້ປະຫັວດການສືກສາ ແລະ ປະສົບການເຮັດວຽກຂອງທ່ານ (ລວມທັງຮູບຖ່າຍໃໝ່ໆໜື່ງໃບແລະບອກເງິນເດືອນທີ່ຄາດຫວັງຢາກໄດ້), ແລະ ຈົດໝາຍສະແດງເຈດຈຳນົງຕິດຄັດມາພ້ອມສົ່ງມາທີ່: [email protected] ຫຼືສົ່ງມາຫາທະນາຄານມາຣູຮານເຈແປນລາວ. ມີພຽງຜູ້ສະໝັກທີ່ໄດ້ຖືກຄັດເລືອກເທົ່ານັ້ນຈະໄດ້ຮັບການຕິດຕໍ່ຄືນ.
ຜົນປະໂຫຍດທີ່ຈະໄດ້ຮັບ
ທະນາຄານມາຣູຮານເຈແປນລາວ ຈຳກັດ ມີນະໂຍບາຍຫຼາກຫຼາຍຕໍ່ພະນັກງານ ໂດຍສະເພາະແມ່ນການປະກັນສຸຂະພາບ ແລະ ອຸດໜູນຕ່າງໆ ຊື່ງລາຍລະອຽດດັ່ງຕໍ່ໄປນີ້:
ດ້ານການຝືກອົບຮົມ ແລະ ການພັດທະນາ
ການເຕີບໃຫຍ່ ແລະ ການພັດທະນາທັກສະ, ຄວາມຮູ້, ຄວາມສາມາດພາຍໃນອົງກອນຖືວ່າເປັນບຸລິມະສິດຂອງພວກເຮົາ. ພວກເຮົາໄດ້ເປີດໂອກາດໃຫ້ພະນັກງານທຸກຄົນພາຍໃນອົງກອນໄດ້ຮຽນຮູ້ ແລະ ພັດທະນາອາຊີບຂອງຕົນ.
Head of Customer Value Management
IT Audit