ສປປ ລາວ ໄດ້ມີການປະກອບສ່ວນເຂົ້າໃນການພັດທະນາຕະຫຼາດທາງດ້ານການເງິນຂອງອາຊຽນ, ທະນາຄານ ມາຣູຮານ ເຈແປນ ລາວ ຈໍາກັດ ກໍມີຄວາມຕ້ອງການຜູ້ຊ່ຽວຊານດ້ານການທະນາຄານທີ່ມີປະສົບການເຂົ້າມາປະກອບສ່ວນສ້າງອົງກອນຂອງພວກເຮົາໃຫ້ພັດທະນາ ແລະ ມີຄວາມສໍາຄັນຫຼາຍຂຶ້ນ ໃນນະຄອນຫຼວງວຽງຈັນ (ສປປ ລາວ).

 

ທ່ານພ້ອມທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງທະນາຄານມາຣູຮານ ເຈແປນ ລາວ ແລ້ວບໍ່? ທີ່ MJBL ຂອງພວກເຮົາມີທັງພະນັກງານທີ່ເປັນຄົນຕ່າງປະເທດ ແລະ ເປັນຄົນລາວທີ່ເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ລູກຄ້າໄດ້ຮັບຜົນປະໂຫຍດທີ່ເໝາະສົມໄດ້ຕະຫຼອດເວລາ. ພວກເຮົາມີຄວາມຄາດຫວັງສະເໝີທີ່ຈະເຮັດໃຫ້ພະນັກງານຂອງພວກເຮົາມີຄວາມຕື່ນຕົວຢູ່ຕະຫຼອດ, ມີຄວາມໝັ່ນພຽນ ແລະ ມຸ່ງເນັ້ນໄປທີ່ການພັດທະນາອົງກອນໃຫ້ດີທີ່ສຸດ ແລະ ພວກເຮົາເອງກໍມີຄ່າຕອບແທນທີ່ເໝາະສົມໃຫ້ກັບພະນັກງານທຸກຄົນ ແລະ ການເຝິກອົບຮົມທາງດ້ານວຽກງານທີ່່ດີໃຫ້ກັບທຸກຄົນ.

 

ຖ້າທ່ານສົນໃຈເຂົ້າຮ່ວມທີມງານຂອງພວກເຮົາ, ສາມາດສົ່ງແບບຟອມສະຫມັກວຽກມາຫາພວກເຮົາໄດ້ (ຄລິກທີ່ນີ້ເພື່ອດາວໂຫລດແບບຟອມສະຫມັກ), ຊີວະປະຫວັດຫຍໍ້ກ່ຽວກັບປະສົບການດ້ານການສຶກສາແລະວິຊາຊີບຂອງທ່ານ (ຮຸບຖ່າຍ ແລະ ເງິນເດືອນທີ່ທ່ານຕ້ອງການ) ແລະ ເອກະສານການສະໝັກມາທີ່  [email protected] ຫຼື ສົ່ງມາທີ່ MARUHAN Japan Bank Lao.

 

ຜົນປະໂຫຍດທີ່ຈະໄດ້ຮັບ

ທະນາຄານ ມາຣູຮານ ເຈແປນ ລາວ ມີຂໍ້ສະເໜີກ່ຽວກັບຜົນປະໂຫຍດໃຫ້ແກ່ພະນັກນັກງານຫຼາຍຢ່າງ ແລະ ນີ້ແມ່ນ ຜົນປະໂຫຍດບາງສ່ວນທີ່ທ່ານຈະໄດ້ຮັບເມື່ອເປັນພະນັກງານຂອງທະນາຄານ ມາຣູຮານ ເຈແປນລາວ:

– ເງິນອຸດໜຸນບໍານານ

– ສິນເຊື່ອສໍາລັບພະນັກງານ

– ປະກັນສຸຂະພາບ

– ກວດສຸຂະພາບປະຈໍາປີ

– ເຄື່ອງແບບ

– ສະມາຊິກສູນອອກກໍາລັງກາຍ

– ສິນເຊື່ອເພື່ອລົດສໍາລັບພະນັກງານ

 

ຄົນຂອງເຮົາ, ອະນາຄົດຂອງພວກເຮົາ

“ການ​ເຕີບໃຫຍ່ ​ແລະ ​ການ​ພັດ​ທະ​ນາ​ຄວາມສາມາດ​ພາຍ​ໃນ​ອົງ​ກອນ​ແມ່ນ​ສິດທິຂອງທ່ານເອງ​. ພວກ​ເຮົາ​ພະ​ຍາ​ຍາມຢ່າງເຕັມທີ່​ເພື່ອເຮັດ​ໃຫ້​ທຸກ​ຄົນ​ໃນ​ທະ​ນາ​ຄານ​ມາ​ຣູ​ຮານ​ ເຈແປນ ​​ລາວ ​ມີ​ໂອ​ກາດ​ສໍາ​ລັບ​ການ​ຮຽນ​ຮູ້ ​ແລະ​ ການ​ຂະ​ຫຍາຍ​ຕົວ​ຢ່າງເປັນ​ມື​ອາ​ຊີບ”.

ສະໝັກວຽກ

ມາຮ່ວມເປັນສ່ວນໜຶ່ງກັບທະນາຄານ ມາຣູຮານ ເຈແປນລາວ

ພວກເຮົາກໍາລັງຊອກຫາຜູ້ສະຫມັກເພື່ອເຂົ້າຮ່ວມທີມງານຂອງພວກເຮົາ! ທ່ານໃດສົນໃຈ ສາມາດສົ່ງ CV ມາໄດ້ທີ່: [email protected]

ກວດສອບໄອທີ

ສະໝັກໃນຕໍາແໜ່ງອື່ນ