BizGrow ແມ່ນການຮ່ວມມືລະຫວ່າງທະນາຄານ Maruhan Japan ຈໍາກັດ ແລະ ບໍລິສັດ Katalyst Partners ເພື່ອພັດທະນາ ແລະ ໃຫ້ຄໍາປຶກສາທາງດ້ານ MSMEs ເພື່ອປັບຕົວເຂົ້າໃຫ້ກັບສະພາບຕະຫຼາດໃນປະຈຸບັນ ແລະ ໃຫ້ເຕີບໃຫຍ່ຫຼາຍຂຶ້ນ.

 

ແນວຄິດຂອງພວກເຮົາແມ່ນອີງໃສ່ຄວາມເຊື່ອທີ່ວ່າ “ນ້ໍາທີ່ເພີ່ມຂຶ້ນສາມາດຍົກເຮືອໄດ້ທຸກລໍາ” ແລະ ເພື່ອເປັນການເຮັດວຽກຮ່ວມກັນ, ພວກເຮົາສາມາດໃຊ້ແນວຄວາມຄິດນີ້ເພື່ອຊ່ວຍເປັນສ່ວນໜຶ່ງທີ່ເຮັດໃຫ້ເສດຖະກິດຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ ແລະ ລວມໄປເຖິງເພື່ອເຮັດໃຫ້ທຸລະກິດຂອງເຮົາເອງປະສົບຜົນສໍາເລັດ.

 

ລາຍລະອຽດປະ​ກອບ​ມີ​:

– ການ​ນໍາ​ໃຊ້​ສອງ​ເຄື່ອງ​ມື​ການ​ວາງ​ແຜນ​ທຸ​ລະ​ກິດ​ທີ່​ສໍາ​ຄັນ (ຮູບ​ແບບຂອງ​ທຸ​ລະ​ກິດ ​ແລະ ​​ນະ​ວັດ​ຕະ​ກໍາ​)​

– ລວມເອົາການລະດົມແນວຄວາມຄິດທີ່ແບ່ງຕາມໜ້າທີ່ ແລະ ອຸດສາຫະກຳ

– ສຸມໃສ່ການຊ່ວຍເຫຼືອ MSMEs ທີ່ເນັ້ນການສ້າງພາບພົດໃໝ່ໃຫ້ກັບທຸລະກິດ, ມີການວາງແຜນ ແລະ ປະຕິບັດຄືນໃໝ່.

 

ທ່ານສາມາດເຂົ້າມາສໍາຜັດປະສົບການການບໍລິການທີ່ອົບອຸ່ນ ແລະ ເປັນກັນເອງ ໄດ້ທີ່ສາຂາຂອງພວກເຮົາ ຫຼື ເອັມເຈສະບາຍ ໃກ້ເຮືອນຂອງທ່ານ ຫຼື ທ່ານສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ສາຍດ່ວນເບີໂທ: +856 21 411 777 ຕະຫຼອດ 24/5, [email protected]. ສໍາລັບທີ່ຢູ່ຂອງພວກເຮົາທ່ານສາມາດກວດສອບໄດ້ໂດຍການກົດ ທີ່ນີ້