ຕົວແທນທາງການເງິນຂອງທະນາຄານ ແມ່ນຍຸດທະສາດທີ່ລວມເອົາການບໍລິການທາງດ້ານການເງິນຂອງທະນາຄານ ມາຣູຮານ ເຈແປນລາວ ໂດຍມີເປົ້າໝາຍການຂະຫຍາຍຕົວຢູ່ທີ່ 90% ຂອງການເຮັດທຸລະກໍາທາງການເງິນທີ່ບໍ່ຕ້ອງຜ່ານໜ່ວຍບໍລິການ.

 

ຕົວແທນທາງການເງິນຂອງທະນາຄານແມ່ນໄດ້ມີການນໍາສະເໜີໂດຍອີງຕາມແນວຄວາມຄິດຂອງທະນາຄານແບບດິຈິຕອນ ໂດຍນໍາເອົາແພທຟອມທາງດິຈິຕອນມາລວມເຂົ້າກັນກັບລະບົບ ເຮັດໃຫ້ການເຮັດທຸລະກໍາໄດ້ໄວຂຶ້ນ, ບໍ່ມີການນໍາໃຊ້ເຈ້ຍ ແຕ່ຈະໃຊ້ອຸປະກອນທາງອີເລັກໂທນິກແທນ

 

ໃນປັດຈຸບັນນີ້, MJBL ໄດ້ເປີດໂຕຕົວແທນທາງການເງິນຂອງທະນາຄານເປັນຈໍານວນຫຼາຍກວ່າ 110 ຕົວແທນ ໃນ 14 ແຂວງທົ່ວປະເທດ. ລູກຄ້າສາມາດເຂົ້າໃຊ້ບໍລິການທາງດ້ານການເງິນໄດ້ຫຼາຍຢ່າງເຊັ່ນ: ການເປີດບັນຊີ, ການຖອນເງິນສົດ, ການໂອນເງິນ, ຈ່າຍຄ່າໃບບິນ ແລະ ສະໝັກສິນເຊື່ອຕ່າງໆ.