ໃນຕອນຄໍ່າຂອງວັນທີ 4 ກຸມພາ 2022, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍຈາກ ໂຄງການຝຶກອົບຮົມວິຊາຊີບພາກພື້ນ (RECOTVET) ແລະ ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA) ຂອງ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021” (ASEAN Business Awards Laos and Skill Development) ທີ່ ໂຮງແຮມ ຄຣາວພາຊາ ແລະ ທະນາຄານ ມາຣູຮານ ເຈແປນລາວ ກໍໄດ້ຮັບລາງວັນ ASEAN Business Awards Laos 2021 (ລາງວັນປະເພດພິເສດ – ລາງວັນເພື່ອນມິດ  ສປປ ລາວ ດີເດັ່ນ) ເຊິ່ງມອບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີຂອງ ສປປ ລາວ ແລະ ຂຶ້ນຮັບລາງວັນໂດຍ ທ່ານ ແອນໂທນີ ຊິນ ຜູ້ອໍານວຍການຂອງທະນາຄານ ມາຣູຮານ ເຈແປນລາວ.