MJBL ກອງທຶນສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ

MJBL ກອງທຶນສໍາລັບ ທຸລະກິດຂະໜາດນ້ອຍ ແລະ ກາງ

ໃນວັນທີ 21 ມິຖຸນາ 2022, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາການສະໜອງທຶນລະຫວ່າງ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (DOSMEP) ແລະ ສະຖາບັນການເງິນ ເພື່ອສະໜອງເງິນກູ້ໃຫ້ແກ່ MSMEs. ທະນາຄານ ມາຣູຮານ ເຈແປນ ລາວ ທະນາຄານ ແລະ ທະນາຄານການຄ້າອີກ 2 ແຫ່ງ ທີ່ໄດ້ຮັບທຶນເພີ່ມຂຶ້ນ 97 ຕື້ກີບ.  

ສະແກນ ເຕີມເງິນ ແລະ ແລກຂອງລາງວັນ ກັບ MJ Rewards

ສະແກນ ເຕີມເງິນ ແລະ ແລກຂອງລາງວັນ ກັບ MJ Rewards

ທຸກໆການຈ່າຍເງິນຂອງທ່ານສາມາດສະສົມຄະແນນໄດ້!! ພຽງແຕ່ທ່ານ ສະແກນຈ່າຍຄ່່າສິນຄ້າ, ອາຫານ ຫຼື ເຄື່ອງດື່ມ ຜ່ານທາງແອັບ ເອັມເຈສະດວກ ກໍສາມາດສະສົມຄະແນນ ແລະ ແລກຂອງລາງວັນໄດ້. ລາງວັນມີຫຼາກຫຼາຍຢ່າງເຊັ່ນ: ຫູຟັງໄຮ້ສາຍ, ເຄື່ອງຟອກອາກາດ ແລະ ຂອງລາງວັນອື່ນໆອີກຢ່າງຫຼວງຫຼາຍ. ລົງທະບຽນເຂົ້ານໍາໃຊ້ແອັບຄັ້ງທໍາອິດ ຮັບຄະແນນ 250 ຄະແນນໄປເລີຍທັນທີ!

MJ Sabai ກັບການຂະຫຍາຍຕົວໄປຫຼາຍກວ່າ 13 ແຂວງໃນ ສປປ ລາວ

MJ Sabai ກັບການຂະຫຍາຍຕົວໄປຫຼາຍກວ່າ 13 ແຂວງໃນ ສປປ ລາວ

ຕົວແທນທາງການເງິນຂອງທະນາຄານ ແມ່ນຍຸດທະສາດທີ່ລວມເອົາການບໍລິການທາງດ້ານການເງິນຂອງທະນາຄານ ມາຣູຮານ ເຈແປນລາວ ໂດຍມີເປົ້າໝາຍການຂະຫຍາຍຕົວຢູ່ທີ່ 90% ຂອງການເຮັດທຸລະກໍາທາງການເງິນທີ່ບໍ່ຕ້ອງຜ່ານໜ່ວຍບໍລິການ.   ຕົວແທນທາງການເງິນຂອງທະນາຄານແມ່ນໄດ້ມີການນໍາສະເໜີໂດຍອີງຕາມແນວຄວາມຄິດຂອງທະນາຄານແບບດິຈິຕອນ ໂດຍນໍາເອົາແພທຟອມທາງດິຈິຕອນມາລວມເຂົ້າກັນກັບລະບົບ ເຮັດໃຫ້ການເຮັດທຸລະກໍາໄດ້ໄວຂຶ້ນ, ບໍ່ມີການນໍາໃຊ້ເຈ້ຍ ແຕ່ຈະໃຊ້ອຸປະກອນທາງອີເລັກໂທນິກແທນ   ໃນປັດຈຸບັນນີ້, MJBL ໄດ້ເປີດໂຕຕົວແທນທາງການເງິນຂອງທະນາຄານເປັນຈໍານວນຫຼາຍກວ່າ 110 ຕົວແທນ ໃນ 14 ແຂວງທົ່ວປະເທດ. ລູກຄ້າສາມາດເຂົ້າໃຊ້ບໍລິການທາງດ້ານການເງິນໄດ້ຫຼາຍຢ່າງເຊັ່ນ: ການເປີດບັນຊີ, ການຖອນເງິນສົດ, ການໂອນເງິນ, ຈ່າຍຄ່າໃບບິນ ແລະ ສະໝັກສິນເຊື່ອຕ່າງໆ. 

MJBL ໄດ້ຮັບລາງວັນ ASEAN Business Awards Laos 2021

MJBL ໄດ້ຮັບລາງວັນ ASEAN Business Awards Laos 2021

  ໃນຕອນຄໍ່າຂອງວັນທີ 4 ກຸມພາ 2022, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພາຍໃຕ້ການສະໜັບສະໜູນໂດຍຈາກ ໂຄງການຝຶກອົບຮົມວິຊາຊີບພາກພື້ນ (RECOTVET) ແລະ ໂຄງການພັດທະນາອາຊີວະສຶກສາ ໃນ ສປປ ລາວ (VELA) ຂອງ ອົງການຮ່ວມມື ລາວ-ເຢຍລະມັນ (GIZ) ປະຈຳລາວ ໄດ້ຈັດງານ “ມອບລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ລາງວັນການພັດທະນາສີມືແຮງງານ ປະຈຳປີ 2021” (ASEAN Business Awards Laos and Skill Development) ທີ່ ໂຮງແຮມ ຄຣາວພາຊາ ແລະ ທະນາຄານ ມາຣູຮານ ເຈແປນລາວ ກໍໄດ້ຮັບລາງວັນ ASEAN Business Awards Laos 2021 (ລາງວັນປະເພດພິເສດ – ລາງວັນເພື່ອນມິດ  ສປປ ລາວ ດີເດັ່ນ) ເຊິ່ງມອບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີຂອງ…