ຄຳເຫັນຂອງປະທານ

[cmsmasters_row data_shortcode_id=”mdnfkleqca” data_width=”boxed” data_top_style=”default” data_bot_style=”default” data_color=”default” data_padding_top=”20″ data_padding_bottom=”50″][cmsmasters_column data_width=”1/1″ data_bg_position=”top center” data_bg_repeat=”no-repeat” data_bg_attachment=”scroll” data_bg_size=”cover” data_border_style=”default” data_animation_delay=”0″ data_shortcode_id=”ktubba3rh”][cmsmasters_heading shortcode_id=”wmv473qnyt” type=”h2″ font_weight=”default” font_style=”default” text_align=”left” margin_top=”0″ margin_bottom=”20″ animation_delay=”0″]ຄຳເຫັນຂອງປະທານ[/cmsmasters_heading][cmsmasters_text shortcode_id=”jdelfvbtf” animation_delay=”0″]

ທ່າມກາງເສັ້ນທາງ ແລະ ຕຶກສູງທຽມຟ້າຂອງນະຄອນໂຕກຽວໃນມື້ນີ້, ຍາກທີ່ຈະເຊື່ອໄດ້ວ່າ 140 ປີ ຜ່ານມາຍັງເປັນພຽງເຂດນະຄອນທີ່ນ້ອຍໆ,ພ້ອມກັນນັ້ນໃນປີ 1923 ມັນໄດ້ຖືກທຳລາຍຢ່າງຮ້າຍແຮງຈາກແຜ່ນດິນໄຫວທີ່ຮ້າຍແຮງທີ່ສຸດ ໃນສັດຕະວັດ ແລະ ຍາກທີ່ຈະເຂົ້າໃຈໄດ້ວ່ານະຄອນແຫ່ງນີ້ຈະປະສົບກັບຜົນກະທົບຂອງ ສົງຄາມທີ່ກໍ່ໃຫ້ເກີດຄວາມເສຍຫາຍອັນໃຫຍ່ຫຼວງໃນຕໍ່ມາ. ເຖິງແມ່ນຈະພົບກັບຄວາມຍາກລຳບາກເຫຼົ່ານັ້ນ, ນະຄອນແຫ່ງນີ້ຍັງມີເລື່ອງລາວແຫ່ງຜົນສຳເລັດໃນການຈະເລີນເຕີບໂຕ ແລະ ມີຄວາມມັ່ງຄັ່ງສົມບູນຈົນກາຍເປັນໜື່ງໃນສູນກາງການຄ້າໂລກທີ່ ໜ້າຕື່ນເຕັ້ນທີ່ສຸດ.

ທະນາຄານມາຣູຮານເຈແປນກຳປູເຈຍກໍ່ແມ່ນເລື່ອງລາວແຫ່ງຄວາມສຳເລັດ ໜຶ່ງຂອງຊາວຍີ່ປຸ່ນ ເຊັ່ນກັນ. ໄດ້ຮັບການສ້າງຕັ້ງຂື້ນມາໃນປີ 2008 ໂດຍມີສຳນັກງານໃຫຍ່ຢູ່ປະເທດກຳປູເຈຍ, ພວກເຮົາໄດ້ປະສົບຜົນສຳເລັດຕາມຈຸດປະສົງຂອງພວກເຮົາໃນການໃຫ້ການສະ ໜັບສະໜູນ ການຈະເລີນເຕີບໂຕທາງດ້ານເສດຖະກິດຂອງປະເທດກຳປູເຈຍ ແລະ ປັດຈຸບັນໄດ້ຂະຫຍາຍສາຂາໄປຍັງປະເທດມຽນມ້າທີ່ພວກເຮົາໄດ້ເປີດ ຫ້ອງການຜູ້ຕາງໜ້າໃນນະຄອນຫລວງຢ້າງກຸ້ງໃນເດືອນກໍລະກົດ 2012 ຜ່ານມາ.

ປັດຈຸບັນ, ເນື່ອງຈາກແມ່ນສ່ວນໜຶ່ງຂອງຍຸດທະສາດໄລຍະຍາວທີ່ຈະສະໜອງການ ບໍລິການທີ່ເປັນຜູ້ນຳທາງດ້ານອຸດສາຫະກຳການທະນາຄານໃນພູມີພາກອາຊຽນ, ພວກເຮົາໄດ້ເປີດທະນາຄານມາຣູຮານເຈແປນລາວທີ່ນະຄອນຫລວງວຽງຈັນ, ສປປ ລາວ ຂຶ້ນ.

ດັ່ງນັ້ນ, ດ້ວຍຄວາມຮູ້ສຶກຕື່ນເຕັ້ນທີ່ເຫັນທະນາຄານມາຣູຮານເຈແປນລາວ ໄດ້ມີຄວາມພ້ອມທີ່ຈະໃຫ້ການເປັນຮຸ້ນສ່ວນທາງດ້ານການເງິນທີ່ເປັນ ຜົນດີ ແລະການສະໜັບສະໜູນໃນລະດັບສູງແກ່ນັກລົງທຶນທີ່ມີວິໃສທັດ ກ້ວາງໄກຊຶ່ງກຳລັງສະແຫວງ ຫາເພື່ອມີສ່ວນຊ່ວຍໃນການພັດທະນາ ສປປ ລາວ.

ພວກເຮົາຮັບຮອງກັບທ່ານວ່າພວກເຮົາຈະແບ່ງປັນວິໃສທັດ ແລະຄວາມປາດຖະໜາອັນແຮງກ້າກັບທ່ານ ແລະ ພວກເຮົາກໍ່ຫວັງວ່າການເປີດໂຕທະນາຄານຂອງພວກເຮົາຈະຊ່ວຍວາງອານາ ຄົດຂອງນະ ຄອນຫລວງວຽງຈັນ ແລະ ສປປ ລາວ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະອຸດົມຮັ່ງມີຄືກັນກັບນະຄອນໂຕກຽວ.

ທ້າຍສຸດນີ້, ຄືດັ່ງທີ່ຂ້າພະເຈົ້າໄດ້ເຫັນ, ດອກເບ້ຍຂອງກຸ່ມທະນາຄານມາຣູຮານກຳລັງເຕີບໂຕ ແລະ ມີຄວາມຫຼາກຫຼາຍຊຶ່ງເລີ້ມຈາກເປັນຕົວເມືອງນ້ອຍໆທຳມະດາບໍ່ທັນມີ ຫຍັງຢູ່ທາງພາກເໜືອຂອງນະຄອນກຽວໂຕກາຍມາເປັນກຸ່ມທະນາຄານນາໆຊາດ ທີ່ກ້ວາງຂວາງ, ຊຶ່ງຂ້າພະເຈົ້າໄດ້ສັງເກດເຫັນວ່າທຸກຄົນທີ່ປະສົບຜົນສຳເລັດແລ້ວ ລ້ວນແຕ່ມຸ່ງໝັ້ນຢ່າງໜັກແໜ້ນທີ່ຈະກ້າວໄປສູ່ຄວາມເປັນເລີດ. ຂ້າພະເຈົ້າສັນຍາກັບທຸກທ່ານວ່າຄຳໝັ້ນສັນຍາຂອງພວກເຮົາທີ່ຈະກ້າວ ໄປສູ່ຄວາມເປັນເລີດໃນ ສປປ ລາວ ຈະບໍ່ມີຫຍັງປ່ຽນແປງ.

ຮານ ຈາງ-ວູ

[/cmsmasters_text][/cmsmasters_column][/cmsmasters_row]