ທະນາຄານມາຣູຮານເຈແປນລາວ, ໄດ້ຮັບອະນຸຍາດສ້າງຕັ້ງເປີດໂຕຂຶ້ນຢ່າງເປັນທາງການໃນປີ 2013 ເພື່ອສົ່ງເສີມຄວາມສຳພັນເລື້ອງການເງິນອັນແໜ້ນແຟ້ນລະຫວ່າງຍີປຸ່ນ ແລະ ປະເທດອາຊຽນ ແລະ ເປັນການສຸກຍູ້ສົ່ງເສີມເສດຖະກິດໃຫ້ຂະຫຍາຍຕົວໃນຂົງເຂດນີ້. ພວກເຮົາໄດ້ວາງມາດຕະຖານໃໝ່ ໃນການທະນາຄານທີ່ປະເທດລາວ ໂດຍນຳໃຊ້ການປະສົມປະສານຂອງນະວັດຕະກຳໃໝ່ ແລະ ປະສົບການຈາກຕ່າງປະເທດ ເພື່ອນຳເອົາມາດຕະຖານການບໍລິການໃນລະດັບທີ່ລ້ຳຍຸກແບບບໍ່ມີໃນທີ່ອື່ນມາໃຫ້ກັບລູກຄ້າຂອງພວກເຮົາ.

ເງິນກູ້ເພື່ອທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ
ຜະລິດຕະພັນເງິນກູ້ສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ ຜະລິດຕະພັນດັ່ງກາວແມ່ນຕອບສະໜອງສຳລັບຄວາມຕ້ອງການທາງດ້ານຕົ້ນທຶນເພືອເຮັດທຸລະກິດ ແລະ ການຂະຫຍາຍທຸລະກິດ.
ເງິນກູ້ເພື່ອທຸລະກິດ
ຜະລິດຕະພັນເງິນກູ້ສຳລັບທຸລະກິດລາຍໃຫຍ່ ສຳລັບເງິນກູເພື່ອທຸລະກິດລາຍໃຫຍ່ແມ່ນເລີ້ມຈາກ 800ລ້ານກີບຂື້ນໄປເຊິງທ່ານສາມາດເຈລະຈາ ແລະ ຕໍລອງໄດ້ກັບເລື່ອງຂອງໄລຍະການກູ້ຢືມ.


ສິນເຊື່ອສ່ວນບຸກຄົນ
ສ້າງທຸລະກິດ-ທືນໝູນວຽນ, ໃຊ້ຈ່າຍໃນຄອບຄົວ, ຊື້ອຸປະກອນເຄຶ່ອງໃຊ້ທົ່ວໄປ, ເພຶ່ອການສຶກສາ, ສ້ອມແປງທີ່ຢູ່ອາໄສ-ຍານພາຫະນະ ຈຸດປະສົງອື່ນໆທີ່ກ່ຽວຂ້ອງກັບສ່ວນບຸກຄົນ
ເງິນກູ້ເພື່ອຊື້ລົດ
ທະນາຄານມາຣູຮັນເຈແປນລາວ ມີຜະລິຕະພັນເງິນກູ້ເພື່ອຊື້ລົດທີ່ແຕກຕ່າງ ແລະ ສະດວກສະບາຍໃນອັດຕາດອກເບ້ຍທີ່ຕໍ່າ. ຂັ້ນຕອນອະນຸມັດຂອງພວກເຮົາງ່າຍແລະໄວຫລາຍເຊິ່ງໄວສຸດແມ່ນພຽງແຕ່ 1ວັນ. ນອກນັ້ນທະນາຄານຂອງພວກເຮົາຍັງມີຕົວເລືອກປະເພດດອກເບ້ຍເຖິງສອງປະເພດສໍາລັບລົດທີ່ເປັນຢີ່ຫໍ້ຢີ່ປຸ່ນ ແລະ ຍີ່ຫໍ້ອື່ນໆນໍາອີກດ້ວຍ. ທະນາຄານມາຣູຮັນເຈແປນລາວ ຂອງພວກເຮົາອອກເງິນກູ້ຊື້ລົດເປັນເງິນກີບເທົ່ານັ້ນ ແລະ ທ່ານຈະສະດວກໃນການຊໍາລະຄືນໃນແຕ່ລະເດືອນ ພ້ອມກັບບໍ່ຕ້ອງເປັນຫ່ວງເລື່ອງຂອງອັດຕາແລກປຽນທີ່ມີການປ່ຽນແປງ


ເງິນກູ້ຊື້ເຮືອນ
ທະນາຄານມາຣູຮັນເຈແປນລາວ ພວກເຮົາເຊື່ອໝັ້ນໃນສິ່ງດຽວຄືນໍາຄວາມຝັນຂອງທ່ານໃຫ້ກາຍເປັນຄວາມຈິງ ສະນັ້ນທາງທະນາຄານເອງຈະມີຜະລິດຕະພັນເງິນກູ້ຊື້ບ້ານດ້ວຍຂັ້ນຕອນທີ່ງ່າຍ ຈະແຈ້ງ ດ້ວຍທີມງານທີ່ມີປະສົບການສູງ ເພື່ອໃຫ້ທ່ານໝັ້ນໃຈ ແລະ ສະບາຍໃຈໃນທຸກຂັ້ນຕອນຂອງການຂໍເງິນກູ້ຊື້ບ້ານ.